ນະ​ຄອນ​ຊິງ​ຕາວ​ກຽມ​ພ້ອມ​ແລ້ວ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ

2018-05-23 14:58:48 |ມາຈາກ: CRI

ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະ​ຈັດ​ຂຶ້​ນ​ຢູ່​ນະ​ຄອນ​ຊິງ​​ຕາວ​​ແຂວງ​ຊ່ານ​ຕຸ່ງໃນ​ເດືອນ​ມິ​ຖຸ​ນາ​ໜ້າ​ນີ້. ນີ້​ແມ່ນກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ​ພາຍ​ຫຼັງ​ອົງ​ການ​ດັ່ງ​ກ່າວ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ແລະ​ມີ​ສະ​ມາ​ຊິກ 8 ປະ​ເທດ​. ນະ​ຄອນ​ຊິງ​​ຕາວ​ເຊິ່ງ​ເປັນເມືອງ​ເກົ່າ​ແກ່​ທີ່​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1891 ໄດ້​ກຽມ​ພ້ອມ​ແລ້ວ​ເພື່ອ​ຕ້ອນ​ຮັບ​ແຂກ​ດ້ວຍ​ໃບ​ໜ້າ​ໃໝ່ແລະ​ພະ​ລັງ​ຊີ​ວິດ​ໃໝ່​.