ເມືອງ​ສູຈິ້ງ​ແຂວງ​ຢຸນ​ນານ​ເພີ່ມ​ທະ​ວີ​ການ​ບຳ​ບັດ​ຟື້​ນ​ຟູ​ແລະ​ອະ​ນຸ​ລັກ​ຊີ​ວະ​ພາບ​ນ້ຳ

2018-05-23 15:02:57 |ມາຈາກ: CRI

ພາບ​ນີ້​ແມ່ນ​ປະ​ຊາ​ຊົນ​ເມືອງ​ສູ​ຈິ້ງ​ພັກ​ຜ່ອນ​ຢ່ອນ​ອາ​ລົມ​ຢູ່​ຕາມ​ຄັນ​ຄູ​ລຽບ​ຝັ່ງ​ແມ່​ນ້ຳ​ຊ່ຽວ​ຊ່ຽງ​

ໃນ​ຊຸມ​ປີ​ຜ່າ​ນ​ມາ, ເຂດ​ຊີ​ລິນ​ເມືອງ​ສູ​ຈິ້ງ​ແຂວງ​ຢຸນ​ນານ​ໄດ້​ໃຊ້​ມາດ​ຕະ​ການ​ຕ່າງໆ​ເພື່ອ​ດຳ​ເນີນ​ການ​ບຳ​ບັດ​ແລະ​ຟື້ນ​ຟູສະ​ພາບ​ຊີ​ວະ​ພາບ​ຂອງ​ແມ່​ນ້ຳ​ຊ່ຽວ​ຊ່ຽງ​ທີ່​ໄຫຼ​ຜ່ານ​ຖະ​ໜົນ​ຕ່າງໆ​ໃນ​ເທດ​ສະ​ບານ​ເມືອງ​ດັ່ງ​ກ່າວ ເພື່ອ​ຮັບ​ປະ​ກັນ​​ຄຸນ​ນະ​ພາບ​ນ້ຳໃຫ້​ໄດ້​ມາດ​ຕະ​ຖານ,ແລະ​ຮອດ​ປີ 2020 ຈະ​ໃຫ້​ບັນ​ລຸເປົ້າ​ໝາຍ "ນ້ຳ​ໄຫຼຢ່າງ​ສະ​ດວກ,ນ້ຳ​ໃສ,ຕົ້ນ​ໄມ້​ຢູ່​ລຽບຕາມ​ແຄມ​ຝັ່ງ​ຂຽວ​ອຸ່ມ​ທຸ່ມ ແລະ​ມີທິວ​ທັດ​ທີ່​ສວຍ​ງາມ".