ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ຫວັງ​ໃຫ້​ບັນ​ຊີ​ຮ່ວມ​ມື​ຈີນ-ອາ​ເມ​ລິ​ກາ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ແລະ​ບັນ​ຊີ​ບັນ​ຫາ​ນັບ​ມື້​ນັບ​ໜ້ອຍ​ລົງ

2018-05-24 16:06:00 |ມາຈາກ: CRI

ວັນ​ທີ 23 ພຶດ​ສະ​ພາ​ນີ້, ທ່ານວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາ​ມອ​າກ​ຊັງ​ຕິນ​ແລະ​ກັບ​ຄືນ​ປະ​ເທດ​ຈີນ, ໃນ​ເວ​ລາ​ແວ​ໄປ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ສະ​ຫະ​ລັດອາ​ເມ​ລິ​ກາ, ທ່ານ​ໄດ້​ພົບ​ປະ​ກັບ​ທ່ານ​ໄມ​ຄົນ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ. ແລະ​ຫຼັງ​ການ​ພົບ​ປະສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ພົບ​ປະ​ກັບ​ນັກ​ຂ່າວ​.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ, ຂ້າ​ພະ​ເຈົ້າ​ໄດ້ພົບ​ປະ​ຫາ​ລື​ກັບ​ທ່ານ​ພົມ​ເພວ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ເລິກ​ເຊິ່ງ. ພວມ​ເຮົາ​ລ້ວນ​ແຕ່​ເຫັນ​ວ່າ, ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ເປັນ​ການ​ພົວ​ພັນ​​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ສອງ​ຝ່າຍ. ຄວາມ​ຕ້ອງ​ການ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ລິ​ກາ​ໃຫຍ່ກວ່າ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ຫຼວງ​ຫຼາຍ, ໂອ​ກາດ​ທີ່​ສອງ​ປະ​ເທດ​ຜະ​ເຊີນ​ໜ້າ​ກໍ​ຫຼາຍກວ່າ​ການ​ທ້າ​ທາຍ.

ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​​ສູງ​ຕໍ່​ບົດ​ບາດ​ນຳ​ພາທາງ​ຍຸດ​ທະ​ສາດ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຍິນ​ດີ​​ຈັດ​ຕັ້ງປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ຕ່າງໆ​ທີ່​ປະ​ມຸກ​ລັດ​ສອງ​ປະ​ເທດ​ຕົກ​ລົງ​ກັນໃຫ້​ມີ​ປະ​ສິດ​ທິ​ຜົນ, ເຄົາ​ລົບ​ນັບ​ຖື​ຜົນ​ປະ​ໂຫຍດ​ໃຈ​ກາງ​ແລະ​ຄວາມ​ເປັນ​ຫ່ວງ​ສຳ​ຄັນ​ເຊິ່ງ​ກັນ​ແລະ​ກັນ, ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ​ແລະ​ບັນ​ຫາ​ອ່ອນ​ໄຫວ​ອື່ນໆ​ຢ່າງ​ເໝາະ​ສົມ, ​ກຳ​ຈັດ​ສິ່ງ​ກີດ​ຂວາງ​ແລະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ວ່າ, ພວກ​ເຮົາ​ລ້ວນ​ແຕ່​ເຫັນ​ວ່າ​ການ​ປຶກ​ສາ​ຫາ​ລື​​ຢ່າງ​ຕໍ່​ເນື່ອງກ່ຽວ​ກັບ​ບັນ​ຫາ​ການ​ຄ້າ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ສອງ​ຝ່າຍ​ມີ​ລັກ​ສະ​ນະ​ສ້າງ​ສັນ, ແລະ​ໄດ້​ຮັບ​ໝາກ​ຜົນ​ງານ​ຕັ້ງ​ໜ້າ​ແລະ​ສຳ​ຄັນ.