ຈີນ​ຫວັງ​ວ່າ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ ສ​ປ​ປ ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາຈະ​ຈັດ​ຂຶ້ນ​ຢ່າງ​ສະ​ດວກ​ແລະ​ໄດ້​ຮັບໝາກ​ຜົນ​​ຢ່າງ​ຕັ້ງ​ໜ້າ

2018-05-24 16:22:09 |ມາຈາກ: CRI

ວັນ​ທີ 23 ພຶດ​ສະ​ພາ​ນີ້​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ກ່າວ​ວ່າ, ຫວັງ​ວ່າ​ ສ​ປ​ປ ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ຈະ​ກຳ​ໂອ​ກາດ​ໃນ​ປັດ​ຈຸ​ບັນ, ແລະ​ໄປ​ຕາມ​ທິດ​ທາງ​ດຽວ​ກັນ, ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ຂອງ​ຕົນ​ຢ່າງ​ດຸນ​ດ່ຽງ. ​ແລະ​ຫວັງ​ວ່າ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​​ຈະຈັດ​ຂຶ້ນ​ຢ່າງ​ສະ​ດວກ​ແລະ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ.

ຕາມ​ຂ່າວ​ແຈ້ງວ່າ, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 22 ພຶດ​ສະ​ພາ​ນີ້​ວ່າ, ການ​ພົບ​ປະ​ກັນ​ລະ​ຫວ່າງ​ຕົນ​ແລະທ່ານ​ກິມ​ເຈິງ​ອຸນ​ຜູ້​ນຳ​ສູງ​ສຸດ​ ສ​ປ​ປ ເກົາ​ຫຼີ​ອາດ​ຈະ​ເລື່ອນ​ເວ​ລາ​​ອອ​ກ​ໄປ​ຕື່ມ​ອີກ.

ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ພຶດ​ສະ​ພາ​ນີ້, ທ່ານ​ລູ້​ຄ່າງ ກ່າວ​ເນັ້ນ​ວ່າ, ຈີນ​ສົ່ງ​ເສີມ​ແລະ​ສະ​ໜັບ​ສະ​ໜູນ ສ​ປປ ເກົາ​ຫຼີ​ແລະ​ອາ​ເມ​ລິ​ກາ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ໂດຍ​ກົງ​, ຊຸກ​ຍູ້​ຂະ​ບວນ​ການ​ແກ້​ໄຂ​ທາງ​ການ​ເມືອງ​ກ່ຽວ​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ​ປອດ​ອາ​ວຸດ​ນິວ​ເຄຼຍ, ​ແລະຈີນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຂອງ​ຕົນ​ໃນ​ດ້ານ​ນີ້​ຢ່າງ​ເຕັມ​ທີ່.