ສິລະປະຫັດຖະກຳພື້ນເມືອງ 14ຢ່າງເປັນຕົ້ນແມ່ນທັກສະການມັດຍ້ອມສີຜ້າຂອງຕ້າຫລີຢຸນນານຖືກຈັດເຂົ້າຄັດເລືອກໃນ“ລາຍການຟື້ນຟູສິລະປະຫັດຖະກຳແຫ່ງຊາດຊຸດທຳອິດ

2018-05-25 16:23:11 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ກະຊວງການທ່ອງທ່ຽວແລະວັດທະນະທຳ, ກະຊວງອຸດສາຫະກຳແລະຂ່າວສານໄດ້ຮ່ວມກັນຖະແຫຼງລາຍການຟື້ນຟູສິລະປະຫັດຖະກຳແຫ່ງຊາດຊຸດທຳອິດ,ຈຶ່ງໄດ້ມີສິລະປະຫັດຖະກຳດັ້ງເດີມຈຳນວນ 383 ຢ່າງໄດ້ຖືກຄັດເລືອກເຂົ້າພາຍໃນລາຍການ.ໃນນັ້ນ,ເຕັກນິກມັດຍ້ອມສີຜ້າຂອງເມືອງຕ້າຫຼີ,ເຕັກນິກຕີເຫຼັກຜະລິດເຄື່ອງເງິນຂອງເມືອງເຮີ້ສິງ,ເຕັກນິກເຄື່ອງປັ້ນດິນເຜົາສີມ່ວງຂອງເມືອງຈ້ຽນສຸຍແລະເຕັກນິກອັນເປັນມູນເຊື້ອອື່ນໆອີກ 14 ຢ່າງໄດ້ຖືກຈັດເຂົ້າໃນສາລະບານເຊັ່ນດຽວກັນ.

ເຕັກນິກມັດຍ້ອມສີຜ້າຂອງເມືອງຕ້າຫຼີແຂວງຢຸນນານ

ເຕັກນິກຕີເຫຼັກຜະລິດເຄື່ອງເງິນຂອງເມືອງເຮີ້ສິງແຂວງຢຸນນານ

ເຕັກນິກເຄື່ອງປັ້ນດິນເຜົາສີມ່ວງຂອງເມືອງຈ້ຽນສຸຍແຂວງຢຸນນານ