ທ່ານ​ສີ​ຈິ້ນ​ຜິງ​ຈະ​ເປັນ​ປະ​ທານ​ກອງ​ປະ​ຊຸມຄັ້ງ​ທີ 18 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ

2018-05-28 11:18:58 |ມາຈາກ: CRI

ທ່ານ​​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກາດ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້​ວ່າ: ກອງ​ປະ​ຊຸມ​​ຄັ້ງທີ 18 ຂອງ​ສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊິງ​ຕາວ ແຂວງ​ຊ່ານ​ຕຸ່ງ ແຕ່​ວັນ​ທີ 9-10 ມິ​ຖຸ​ນາ​ໜ້​າ​ນີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ທັງ​ຈັດ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ. ຜູ້​ນຳ​ປະ​ເທດ​ສະ​ມ​າ​ຊິກ,ປະ​ເທດ​​ສັງ​ເກດ​ການ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແລະ​ຜູ້​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕາມ​ຄຳ​ເຊີນ.