ກອງ​ປະ​ຊຸມ​ສຸດຍອດ​ເຈົ້າ​ເມືອງ​ທ່ອງ​ທ່ຽວ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"

2018-05-29 11:29:31 |ມາຈາກ: CRI

ກອງ​ປະ​ຊຸມ​ສຸດຍອດ​ເຈົ້າ​ເມືອງ​ທ່ອງ​ທ່ຽວ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ເຈີ້ງ​ໂຈ່ວ​ແຂວງ​ເຮີ​ນານ ສ​ປ ຈີນ​ໃນວັນ​ທີ 28 ພຶດ​ສະ​ພານີ້ ໂດຍ​ເຈົ້າ​ເມືອງ ຫຼື​ຜູ້​ຕາງ​ໜ້າ​ເຈົ້າ​ເມືອງ​ທ່ອງ​ທ່ຽວ 95 ທ່ານ​ຈາກ 28 ປະ​ເທດ, ນັກ​ທຸ​ລະ​ກິດ​ດ້ານ​ການ​ທ່ອງ​ທ່ຽວສາ​ກົນ 60 ກວ່າ​ທ່ານ, ພ້ອມ​ດ້ວຍ​ເຈົ້າ​ເມືອງຫຼື​ຮອງ​ເຈົ້າ​ເມືອງ​ທ່ອງ​ທ່ຽວ​ຂອງ​ຈີນ 39 ທ່ານ​ເຂົ້າ​ຮ່ວມ.

ຂ່າວ​ແຈ້ງວ່າ, ຂະ​ໜາດ​ການ​ທ່ອງ​ທ່ຽວ​ສາ​ກົນ​ຂອ​ງປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາ​ງ" ໃນ​ປັດ​ຈຸ​ບັນ ກວມ​ປະ​ມານ 70% ຂອງ​ທົ່ວ​ໂລກ. ຄາດ​ວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 13, ຈີນ​ຈະ​​ສາ​ມາດດຶງ​ດູດ ​ປະ​ຊາ​ຊົນຂອງ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" 85 ລ້ານ​ຄົນ​ມາ​ທ່ອງ​ທ່ຽວ ​ແລະ​ຄາດ​ວ່າ​ຈະ​ສາ​ມາດ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 110 ຕື້​ໂດ​ລາ​ສະ​ຫະ​ລັດ, ຂະ​ນະ​ດຽວ​ກັນ​, ຈີນ​ກໍ​ຈະ​ສົ່ງ​ນັກ​ທ່ອງ​ທ່ຽວ​ໄປ​ປະ​ເທດ​ເຫຼົ່າ​ນີ້​ຢ່າງຫຼວງຫຼາຍ​ເຊັ່ນ​ດຽວ​ກັນ.