ງານວາງສະແດງອຸດສາຫະກຳວັດທະນະທຳແຂວງຢຸນນານປະຈຳປີ 2018 ຈະເປີດສາກໃນເດືອນສິງຫາ

2018-05-29 15:25:06 |ມາຈາກ: Yunnan Gateway

“ກອງປະຊຸມຖະແຫຼງຂ່າວຂອງງານວາງສະແດງອຸດສາຫະກຳວັດທະນະທຳແຂວງຢຸນນານປະຈຳປີ 2018 ກ່ຽວກັບແນວຄິດປະດິດສ້າງໃໝ່ແຂວງຢຸນນານ”ໄດ້ຈັດຂຶ້ນໃນຕອນແລ່ງຂອງວັນທີ 28 ທີ່ນະຄອນຄຸນໝິງ,ນັກຂ່າວໄດ້ຮັບຮູ້ຈາກໃນກອງປະຊຸມວ່າ,ງານວາງສະແດງອຸດສາຫະກຳວັດທະນະທຳແຂວງຢຸນນານຄັ້ງນີ້ຈະໄຂຂຶ້ນລະຫວ່າງວັນທີ 9 ຫາ 13 ສິງຫາ ທີ່ສູນວາງສະແດງສາກົນຄຸນໝິງ,ງານວາງສະແດງຖືເອົາ“ວັດທະນະທຳປະດິດສ້າງຄວາມຮັ່ງມີ,ແນວຄິດປະດິດສ້າງໃໝ່ຍົກຄຸນຄ່າໃຫ້ສູງ”ເປັນຫົວຂໍ້,ແລະໄດ້ຈັດຕັ້ງຫໍວາງສະແດງໃຫຍ່ຈຳນວນ 7 ແຫ່ງ.

ເຊິ່ງຫໍວາງສະແດງ 7 ແຫ່ງແບ່ງເປັນ:ຫໍແກ້ວແລະເພັດນິດຈິດດາ,ຫໍຜົນງານຫັດຖະກຳປານີດ,ຫໍປະດິດສ້າງໃໝ່ຂອງເດັກນ້ອຍ,ຫໍກາຕຸນ,ຫໍຜົນງານວັນທະນະທຳປານີດຂອງເມືອງແລະກິ່ງແຂວງຢຸນນານ,ຫໍຜົນງານວັດທະນະທຳປານີດຂອງນະຄອນຄຸນໝິງ,ຫໍລວມວັດທະນະທຳແລະການທ່ອງທ່ຽວເປັນຕົ້ນ.

ເພື່ອຍົກສູງຜົນຂອງງານວາງສະແດງຄັ້ງນີ້ໃຫ້ສູງ,ຍັງຈະຈັດກິດຈະກຳຈຳນວນ 15 ລາຍການທີ່ເປັນລະບົບໃນລະຫວ່າງງານວາງສະແດງ,ລວມທັງກອງປະຊຸມພິຈາລະນາວັດທະນະທຳແລະການທ່ອງທ່ຽວສາກົນຈີນ(ແຂວງຢຸນນານ),ງານແຂ່ງຂັນດົນຕີ ຂອງບຸນສິລະປະເຄື່ອງດົນຕີເສບຄັ້ງທີ່ 3 ແຂວງຢຸນນານ,ບຸນແຕ້ມລວດລາຍລົດເຮືອນຄຸນໝິງແລະອື່ນໆ,ນອກນັ້ນຍັງຈະສາມາດເບິ່ງຊົມຜົນງານອັນປານີດງົດງາມຂອງນັກແກະສະຫຼັກແກ້ວແຂວງຢຸນນານອີກດ້ວຍ.