ກະ​ຊວງ​ການ​ຄ້າ​ຈີນ​ຕອບ​ຄືນ​ຖະ​ແຫຼງ​ການ​ຂອງ​ທຳ​ນຽບ​ຂາວ​ຢ່າງວ່ອງ​ໄວ

2018-05-30 11:50:40 |ມາຈາກ: CRI

ວັນ​ທີ 29 ພຶດ​ສະ​ພາ​ນີ້, ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ວ່າ, ​ອາ​ເມ​ລິ​ກາ​ຍັງ​ຈະ​ເກັບ​ພາ​ສີ 25% ຕໍ່​ສິນ​ຄ້າ​ຈີນ​ທີ່​ມີ​ມູນ​ຄ່າ 50 ຕື້​ໂດ​ລາ​ສະ​ຫະ​ລັດ, ບັນ​ຊີ​ລາຍ​ຊື່​ສິນ​ຄ້າ​ລະ​ອຽດ​ຈະ​ປະ​ກາດ​ໃນ​ວັນ​ທີ 15 ມິ​ຖຸ​ນາ​ໜ້າ​ນີ້, ແລະ​ຈະ​ເລີ່ມເກັບ​ພາ​ສີ​ຫຼັງ​ການ​ປະ​ກາດ​ບັນ​ຊີ​ລາຍ​ຊື່​​ສິນ​ຄ້າບໍ່​ດົນ.

ໂດຍ​ແນ​ໃສ່​ຖະ​ແຫຼງ​ການ​ທີ່​ທຳ​ນຽບ​ຂາວ​ປະ​ກາດ​ໃນ​ວັນ​ທີ 29 ພຶດ​ສະ​ພາ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ຕອບ​ຄືນ​ຢ່າງວ່ອງ​ໄວ​ວ່າ, ຈີນ​ຮູ້​ສຶກ​ໄດ້​ວ່າ​ຖະ​ແຫຼງ​ການ​​ທີ່​ມີ​ລັກ​ສະ​ນະ​ຍຸດ​ໂທ​ບາຍ​ການ​ຄ້າ​ທີ່​ທຳ​ນຽບ​ຂາວ​ປະ​ກາດ​ນັ້ນ​ແມ່ນ​ເກີນ​ຄວາມ​ຄາດ​ຄິດ, ແຕ່​ກໍ​​ຍັງຢູ່​ໃນ​ຂອບ​ຄວາມ​ຄິດ​​ການ​ຮັບ​ມືຂອງ​ຈີນ, ເນື້ອ​ໃນ​ຂອງ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ລະ​ເມີດ​ຄວາ​ມ​ຮັບ​ຮູ້​ເປັນ​ເອ​ກະ​ພາບ​ກັນ​ທີ່​ຈີນ​ແລະ​ອາ​ເມ​ລິ​ກາ​​ຕົກ​ລົງ​ກັນ​ຢູ່​ວໍ​ຊິງ​ຕັນ​ໃນ​ມໍ່ໆ​ມາ​ນີ້. ບໍ່​ວ່າ​ອາ​ເມ​ລິ​ກາ​​ຈະອອກ​ມາດ​ຕະ​ການ​ໃດໆ​ມາ, ຈີນ​ກໍ​ຍັງ​ມີ​ຄວາມ​ໝັ້ນ​ໃຈ, ມີ​ຄວາມ​ສາ​ມາດ​ແລະ​ມີ​ປະ​ສົບ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ໃຈ​ກາງ​ຂອງ​ຊາດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຈີນ. ຂະ​ນະ​ດຽວ​ກັນ​ຈີນ​ເຕືອນ​ໃຫ້​ອາ​ເມ​ລິ​ກາ​ຈົ່ງ​​ຮັກ​ສາ​ການ​ເດີນ​ຕາມ​ທາງ​ເສັ້ນ​ດຽວ​ຕາມ​ຈິດ​ໃຈ​ຖະ​ແຫຼງ​ການ​ຮ່ວມ​ຂອງ​ສອງ​ຝ່າຍ.