ຈີນ​ສ້າງ​ໂຮງຮຽນ​ພາສາ​ຈີນ 300 ກວ່າ​ແຫ່ງ​ຢູ່ 50 ກວ່າປະ​ເທດ ​ແລະ​ເຂດ​ແຄ້ວນ

2018-05-30 11:54:19 |ມາຈາກ: CRI

​​ແຫຼ່ງຂ່າວ​ຈາກ​ກະຊວງສຶກສາ​ທິການ​ຈີນ​ໃຫ້​ຮູ້ໃນວັນ​ທີ 29 ພຶ​ດສະພາ​ນີ້​ວ່າ: ຈີນ​ໄດ້​ສ້າງ​ໂຮງຮຽນ​ພາສາ​ຈີນ 304 ​ແຫ່ງ​ຢູ່​ 50 ກວ່າປະ​ເທດ ​ແລະ​ເຂດ​ແຄ້ວ​ນ, ສະໜັບສະໜູນ​ອົງການ​ສຶກສາ​ພາສາ​ຈີນ​ທີ່​ສຳຄັນ 25 ອົງການ ​ແລະ​ສ້າງ​ຫ້ອງ​ອ່ານໜັງສື​ຮວາ​ສິ່ງ 607 ​ແຫ່ງ.

ກະຊວງ​ການ​ສຶກສາທິການ​ຈີນ ​ແລະ​ຄະນະ​ກຳມະການ​ວຽກ​ງານ​ອັກສອນ ​ແລະ​ພາສາ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນວັນ​ດັ່ງກ່າວ ​ໂດຍແນະນຳ​ສະພາບ​ການ​ພັດທະນາ​ຂອງ​ພາລະກິດ​ພາສາ ​ແລະ​ອັກສອນ​ຂອງ​ຈີນ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ປີ 2018, ຈີນ​ໄດ້​ສ້າງສະ​ຖາ​ບັນ​ຂົງຈື້​ເພີ່ມ 14 ​ແຫ່ງ ​ແລະ​ຫ້ອງ​ຮຽນ​ຂົງຈື້​ເພີ່ມ 40 ຫ້ອງ ​ແລະ​ມາຣອດປັດຈຸບັນ​, ຈີນ​ໄດ້​ສ້າງສະ​ຖາ​ບັນຂົງຈື້ 526 ​ແຫ່​ງ ​ແລະ​ຫ້ອງ​ຮຽນ​ຂົງຈື້ 1113 ຫ້ອງ​ຢູ່ 146 ປະ​ເທດ ​ແລະ​ເຂດ​ແຄ້ວ​ນ.