ສິນຄ້າວາງສະແດງຊຸດທຳອິດຂອງງານວາງສະແດງສິນຄ້າຈີນ—ອາຊີໃຕ້ໄດ້ຜ່ານຊາຍແດນແລະຮອດສູນວາງສະແດງ

2018-05-30 17:48:22 |ມາຈາກ: Yunnan Gateway

ມື້ວານນີ້ໃນເວລາ 10ໂມງ ,ສິນຄ້າວາງສະແດງຊຸດທຳອິດຂອງງານວາງສະແດງສິນຄ້າຈີນ—ອາຊີໃຕ້ໄດ້ຜ່ານຊາຍແດນແລະມາຮອດສູນວາງສະແດງສາກົນຕ່ຽນສືນະຄອນຄຸນໝິງ.ສິນຄ້າຊຸດນີ້ແມ່ນຈາກປະເທດປາກີສະຖານແລະປະເທດອິນເດຍ,ສ່ວນຫຼາຍເປັນຫັດຖະກຳໄມ້ ເຄື່ອງເຟີນີເຈີທີ່ເປັນໄມ້ ຫັດຖະກຳທີ່ຫຼໍ່ທອງແລະຫັດຖະກຳຫີນເປັນຕົ້ນ,ຈຳນວນທັງໝົດ 2633 ໜ່ວຍ,ມີມູນຄ່າ 45205.7ໂດລາ,ນໍ້າໜັກ 98321.5 ກິໂລ,ເປັນຕູ້ເກັບສິນຄ້າມາດຖານຈຳນວນ 14 ຕູ້.