ຊາວບ້ານຂອງບ້ານ“ເຊືອກຂ້າມພູ”ແຂວງຢຸນນານຈະມີຂົວຂ້າມແມ່ນໍ້າໃນເດືອນ 6 ປີນ

2018-05-31 15:24:17 |ມາຈາກ: Yunnan Gateway

ບ້ານຍິ່ງເກີຕາແສງມ້າວຈູເມືອງຈ້ຽວເຈ່ຍນະຄອນຈ່າວທົ່ງແຂວງຢຸນນານຕັ້ງຢູ່ເຂດພູອູ່ເມືອງ,ຕໍ່ໜ້າແມ່ນພູຕ້າຫຼຽງ,ຢູ່ຕີນພູແມ່ນແມ່ນໍ້າຈີ່ນຊ່າ.ຍ້ອນວ່າບໍ່ມີທາງຫຼວງອອກສູ່ພາຍນອກ,ຈຳນວນ 2000 ກວ່າຄົນຢູ່ໃນບ້ານທັງໝົດຈິ່ງມີແຕ່ອາໃສເຊືອກຂ້າມພູເດີນທາງເພື່ອອອກສູ່ພາຍນອກ.ເລີ່ມຈາກເດືອນມັງກອນປີ 2016,ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າສະຖານທີ່ດັ່ງກ່າວນີ້ໄດ້ເລີ່ມການກໍ່ສ້າງຢ່າງເປັນທາງການ.ໃນວັນທີ 30 ເດືອນພຶດສະພາປີນີ້,ຂົວໃຫຍ່ຂ້າມແມ່ນໍ້າດັ່ງກ່າວໄດ້ບັນລຸການເຊື່ອມຈອດໜ້າຂົວຢ່າງເປັນທາງການ,ຄາດວ່າຈະບັນລຸການກໍ່ສ້າງແລະການນຳໃຊ້ໃນທ້າຍເດືອນມິຖຸນາ,ອັນນີ້ປຽບເໝືອນໜ່ວຍກະແຈຄຳໜ່ວຍໜຶ່ງ,ທີ່ຈະເປີດປະຕູການຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງສາຄວາມຮັ່ງມີຜາສຸກໃຫ້ແກ່ປວງຊົນທຸກຍາກທ້ອງຖິ່ນ.