ນາ​ຍົກ​ຈີນ​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ

2018-06-01 10:57:07 |ມາຈາກ: CRI

ຕອນ​ບ່າຍ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ​ຢູ່ ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານຫຼີ​ເຄີ້​ສຽງ ກຳ​ມະ​ການ​ປະ​ຈຳກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ແຫ່ງ​ສ​ປ​ປ ລາວ.

ທ່ານຫຼີ​ເຄີ້​ສຽງ ຊີ້​ໃຫ້​ເຫັນ​ວ່າ: ຈີນ​ຍິນ​ດີ​ປະ​ສານ​ສົມ​ທົບ​ກັບ​ລາວ​ຢ່າງ​ໃກ້​ຊິດ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ຄັນ​ຕ່າງໆ​ເປັນ​ຕົ້ນ ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ,ກະ​ສິ​ກຳ, ການ​ສຶກ​ສາ,ທ່ອງ​ທ່ຽວ​ແລະ​ອື່ນໆ​ເພື່ອ​ຮ່ວມ​ກັນ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ລາວ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ໃນຫຼາຍ​ຂົງ​ເຂດ​ແລະຫຼາຍ​ລະ​ດັບ. ຈີນ​ສະ​ໜັບ​ສະ​ໜູນ​ບໍ​ລິ​ສັດ​ຈີນ​ທີ່​ມີ​ກຳ​ລັງ​ຕົວ​ຈິງ​ແລະ​ຊື່​ສັດໄປ​ລົງ​ທຶນ​ແລະ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ​ເພື່ອ​ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດຫຼາຍ​ຂຶ້ນ.

ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ຢືນ​ຢັນ​ວ່າ: ລາວ-ຈີນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ລາວ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່ຫຼວງ​ຂອງ​ຈີນ ແລະ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ຢ່າງ​ຈິງ​ໃຈ​ແລະ​ການ​ສະ​ໜັບ​ສະ​ໜູນ​ອັນ​ປະ​ເສີດ​ເພື່ອ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ລາວ​ໃນ​ໄລ​ຍະ​ຍາວ​ນານ​ມາ​ນີ້, ແລະລາວ​ຍິນ​ດີ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​​ທິດ "4 ດີ", ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ,ກະ​ສິ​ກຳ,ການ​ສຶກ​ສາ,ສາ​ທາ​ລະ​ນະ​ສຸກ​ແລະ​ອື່ນໆ, ຮັດ​ແໜ້ນ​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຕື່ມ​ອີກ, ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ພັກ-ລັດ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ.