ເຫັດປ່າແຂວງຢຸນນານເຂົ້າສູ່ຕະຫລາດ

2018-06-01 15:44:35 |ມາຈາກ: Yunnan Gateway

ຊຸມມື້ມານີ້,ຄຽງຄູ່ກັບລະດູຝົນໄດ້ມາຮອດ,ເຫັດປ່າຂອງທ້ອງຖິ່ນຕ່າງໆແຂວງຢຸນນານເລີ່ມເຂົ້າສູ່ທ້ອງຕະຫຼາດ,ເນື່ອງຈາກວ່າຈຳນວນທີ່ເຂົ້າສູ່ທ້ອງຕະຫຼາດຍັງບໍ່ຫຼາຍແລະຊະນິດກໍບໍ່ຫຼາຍຈຶ່ງເຮັດໃຫ້ລາຄາຂອງເຫັດປ່າໃນປັດຈຸບັນຍັງສູງຢູ່.

ແຂວງຢຸນນານໄດ້ມີນາມມະຍົດທີ່ເປັນ“ອານາຈັກເຫັດປ່າ”,ຊະນິດແລະຈຳນວນຜະລິດຕະພັນແມ່ນຈັດຢູ່ໃນລຳດັບທຳອິດຂອງທົ່ວປະເທດຈີນ,“ເຫັດຢຸນນານ”ຍິ່ງເປັນຍີ່ຫໍ້ດົງດັງຂອງຜົນຜະລິດຕະພັນກະສິກຳທີ່ມີເອກະລັກໃນພູພຽງແຂວງຢຸນນານ.ໃນປັດຈຸບັນ,ຍອດມູນຄ່າຜົນຜະລິດຕະພັນແຕ່ລະປີຂອງເຫັດປ່າແມ່ນ 5-6 ຕື້ຢວນ,ຍອດການຄ້າແຕ່ລະປີແມ່ນ 150 ພັນ-2 ແສນໂຕນ,ຈຳນວນຂາອອກ 10 ພັນໂຕນ,ຈຶ່ງໄດ້ສ້າງລາຍຮັບເງິນຕາຕ່າງປະເທດເກືອບ 100 ລ້ານໂດລາ,ແລະໄດ້ຂາຍໄປຍັງ 40 ກວ່າປະເທດແລະເຂດແຄ້ວນ.