ທ່ານ​ວາງ​ຢີ້ ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ

2018-06-04 15:20:11 |ມາຈາກ: CRI

ວັນ​ທີ 3 ມິ​ຖຸ​ນາ​ນີ້, ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ​ການ​ພົບ​ປະ​ຢ່າງ​ເປັນ​ທາງ​ການ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດບ​ຣິກ​ສ ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ເປ​ຣ​ໂຕ​ຣີ ປະ​ເທດ​ອາ​ຟ​ຣິກ​ກາ​ໃຕ້, ທ່ານ​ວາງ​ຢີ້ ​ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເຊີ​ເກ ລັ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຣັດ​ເຊຍ.

ທ່ານ​ວາງ​ຢີ້​ຢືນ​ຢັນ​ວ່າ: ປະ​ທາ​ນາ​ທິ​ບໍ​ດີ​ປູ​​ຕິນ​ຈະ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ທັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຊິ່ງ​ຕາວ​ແຕ່​ວັນ​ທີ 8-10 ມິ​ຖຸ​ນາ​ນີ້. ຖື​ວ່າ​ເປັນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ຢ້ຽມ​ຢາມ​ຈີນ​ໃນ​ອາ​ຍຸ​ການ​ດຳ​ລົງ​ຕຳ​ແໜ່ງ​ວາ​ລະ​ໃໝ່ ທັງ​ເປັນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ໃນ​ປີ​ນີ້​ລະ​ຫວ່າງ​ ​ປະ​ທານ​ສີ​ຈິ້ນ​ຜິງ​ແລະ ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ວາງ​ແຜນ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ​ໃນ​ໄລ​ຍະ​ຕໍ່​​ໜ້າ. ຈີນ​ຍິນ​ດີ​ປະ​ສານ​ສົມ​ທົບ​ກັບ​ຣັດ​ເຊຍ​ຢ່າງ​ໃກ້​ຊິດ​ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ຢ້ຽມ​ຢາມ​​ຈີນຂອງ​ທ່ານ​ປູ​ຕິນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍ​ແລະ​ຈົບ​ງາມ, ເພື່ອ​ເພີ່ມ​ພະ​ລັງ​ໃໝ່​ຂັບ​ເຄື່ອນ​ການ​ຂະ​ຫຍາຍ​ຕົວ​ຂອງ​ສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ.

ທ່ານ​ລັ​ຟ​ຣົ​ຟ​ຢືນ​ຢັນ​ວ່າ: ຣັດ​ເຊຍ​ໃຫ້​ຄວາ​ມ​ສຳ​ຄັນ​ສູງ​ຕໍ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ໃນ​ໄວໆ​ນີ້ ແລະ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ຄວາມ​ຄືບ​ໜ້າ​ດ້ານ​ວຽກ​ງານ​ກະ​ກຽມ​ໃນ​ປັດ​ຈຸ​ບັນ ແລະ​ຍິນ​ດີ​ຮ່ວມ​ກັບ​ຈີນ​ພະ​ຍາ​ຍາມ​ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງໄວ້.

ສອງ​ຝ່າ​ຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາຫຼີອີກ​ດ້ວຍ.