ປະເທດຈີນ-ລາວເພີ່ມທະວີການຮ່ວມມືດ້ານຊົນລະປະທານ

2018-06-05 15:16:22 |ມາຈາກ: Yunnan Gateway

ໃນເດືອນມິຖຸນາ,ປະເທດລາວໄດ້ເຂົ້າສູ່ລະດູຝົນແລ້ວ,ທ່ານຄຳມະນີ ຫົວໜ້າກົມອຸຕຸນິຍົມແລະຊົນລະປະທານທີ່ຂຶ້ນກັບກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມປະເທດລາວ ໄດ້ບອກກັບນັກຂ່າວວ່າ,“ແຕ່ກ່ອນເມື່ອຮອດລະດູນີ້,ຂ້າພະເຈົ້າມີຄວາມເປັນຫວ່ງເປັນໃຍຫຼາຍ,ແຕ່ວ່າປີນີ້ບໍ່ຄືເກົ່າແລ້ວ.”

“ບໍ່ຕ້ອງເອົາເຄື່ອງອຸປະກອນວັດແທກໄປວັດແທກຢູ່ໃນແມ່ນໍ້າເມື່ອຝົນຕົກແລ້ວ”

ທ່ານ ເຢີນເມີຍພໍ ຫົວໜ້າສູນກາງຂໍ້ມູນຂ່າວສານຂອງຊັບພະຍາກອນນໍ້າແຫ່ງຊາດລາວ ບອກກັບນັກຂ່າວວ່າ“ພະນັກງານກຳລັງວັດແທກລະດັບຄວາມສູງຂອງແມ່ນໍ້າຂອງຕາມເວລາຕົວຈິງ,ຈະເກັບຂໍ້ມູນຂອງສະພາບນໍ້າໃນແຕ່ລະຊົ່ວໂມງ,ຂໍ້ມູນທີ່ເກັບມາແບບອັດຕະໂນມັດນັ້ນຈະສົ່ງເຂົ້າໃນຄອມພິວເຕີພາຍໃນຫ້ອງການໂດຍເຄື່ອງອຸປະກອນເອເລັກໂຕຣນິກຂອງສະຖານີອຸທົກກະສາດ,ຈຶ່ງບໍ່ຈຳເປັນຕ້ອງເອົາເຄື່ອງອຸປະກອນວັດແທກໄປວັດແທກຢູ່ໃນແມ່ນໍ້າເມື່ອຝົນຕົກແລ້ວ.”

ໜ້າຈໍເອເລັກໂຕຣນິກຂະໜາດໃຫຍ່ທີ່ຫ້ອຍຢູ່ເທິງຝາຂອງສູນກາງຂໍ້ມູນໄດ້ສະແດງຮູບພາບແມ່ນ້ຳຂອງພາຍໃນປະເທດລາວຢ່າງຄົບຖ້ວນ ,ກ້ອງວົງຈອນປິດຂອງສະຖານີອຸທົກກະສາດສາມາດໝູນໄດ້ 360°,ຂໍ້ມູນທີີ່ໄດ້ເກັບມາສາມາດສະແດງອອກມາດ້ວຍເຄື່ອງອຸປະກອນເອເລັກໂຕຣນິກ,ລວມທັງລະດັບຄວາມສູງຂອງນໍ້າ,ຄວາມໄວຂອງນໍ້າໄຫຼ,ປະລິມານຝົນແລະຂໍ້ມູນອື່ນໆ.

ສູນກາງນີ້ເປັນໂຄງການກໍ່ສ້າງຕົວແບບທີ່ລັດຖະບານຈີນໄດ້ໃຫ້ການຊ່ວຍເຫລືອ,ກໍເປັນໜຶ່ງໃນຜົນງານຂອງໂຄງການຮ່ວມມືແມ່ນໍ້າລ້ານຊ້າງແມ່ນໍ້າຂອງໃນໄລຍະເລີ່ມຕົ້ນ.ການກໍ່ສ້າງສູນກາງດັ່ງກ່າວ,ໄດ້ຍົກສູງຄວາມສາມາດການເຕືອນໄພ ແລະ ການຄາດຄະເນຂອງອຸທົກກະສາດແລະຊັບພະຍາກອນນໍ້າຂອງປະເທດລາວຢ່າງໃຫຍ່,ເຊິ່ງໄດ້ໃຫ້ການສະໜັບສະໜູນທາງນະໂຍບາຍແລະການຮັບປະກັນທາງເຕັກນິກເຂົ້າໃນວຽກງານການຕໍ່ຕ້ານໄພແລ້ງແລະໄພນ້ຳຖ້ວມ, ການນໍາໃຊ້ສັງລວມຊັບພະຍາກອນນໍ້າຂອງປະເທດລາວ.

“ປະເທດລາວແລະປະເທດບໍລິເວນແມ່ນໍ້າຂອງ ຈະບໍ່ລືມການຊ່ວຍເຫຼືອຂອງປະເທດຈີນ”

ສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດລາວໄດ້ເປີດນໍາໃຊ້ແລະດຳເນີນວຽກງານ,ເປັນຮູບພາບສັງລວມຂອງແຜນແມ່ບົດຂອງການຮ່ວມມືຂອງກົມອຸຕຸນິຍົມແລະຊົນລະປະທານລະຫວ່າງປະເທດຈີນກັບລາວກາຍເປັນຈິງ.ປະເທດຈີນກັບປະເທດລາວຕ່າງກໍຢູ່ໃນເຂດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ,ພາຍໃຕ້ໃນໂຄງການໃຫຍ່ຂອງການຮ່ວມມືແມ່ນໍ້າລ້ານຊ້າງແມ່ນໍ້າຂອງ,ອົງການຄຸ້ມຄອງຊົນລະປະທານຂອງສອງປະເທດຂະຫຍາຍການຮ່ວມມືຢ່າງລົງເລິກໃນເຂດການຄຸ້ມຄອງຊັບພະຍາກອນນໍ້າ,ການຫຼຸດໄພນ້ຳຖ້ວມແລະໄພພິບັດ,ການແລກປ່ຽນຝຶກອົບຮົມແລະອື່ນໆ,ເຊິ່ງໄດ້ຮັບຜົນສຳເລັດອັນຈົບງາມ.

ປະເທດລາວມີແມ່ນໍ້າທີ່ມີໄລຍະຄວາມຍາວ 200 ກິໂລແມັດຂຶ້ນໄປຈຳນວນ 20 ກວ່າແຫ່ງ,ຊັບພະຍາກອນນໍ້າທີ່ອຸດົມສົມບູນໄດ້ອຳນວຍເງື່ອນໄຂທີ່ດີໃຫ້ແກ່ການພັດທະນາຂອງພະລັງງານໄຟຟ້າ,ໃນປັດຈຸບັນ,ປະເທດລາວມີສະຖານີໄຟຟ້າ 47 ແຫ່ງ,ວິສາຫະກິດແລະອົງການການເງິນຈີນເຂົ້າຮ່ວມຍຸດທະສາດການພັດທະນາພະລັງງານຂອງປະເທດລາວຢ່າງຫ້າວຫັນ,ເຊິ່ງໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງຂໍ້ລິເລີ່ມ“ໜຶ່ງແລວທາງ ໜຶ່ງເສັ້ນທາງ”ແລະການບັນລຸຍຸດທະສາດຫັນປ່ຽນປະເທດລາວທີ່ເປັນ“ປະເທດບໍ່ມີຊາຍແດນຕິດກັບທະເລ”ເປັນ“ປະເທດເຊື່ອມຕໍ່”ຢ່າງຍິ່ງໃຫຍ່.