ສະຖານີລົດໄຟພາກໃຕ້ຄຸນໝິງສາມາດສັ່ງຈອງອາຫານແລະ ຜະລິດຕະພັນທ້ອງຖິ່ນຈາກທາງອິນເຕີເນັດແລ້ວ

2018-06-06 15:15:29 |ມາຈາກ:

 ຈາກຂໍ້ມູນຂອງກຸ່ມບໍລິສັດລົດໄຟແຫ່ງປະເທດຈີນກົມຄຸນໝິງຈຳກັດຮູ້ວ່າ,ເລີ່ມຈາກວັນທີ 5 ເດືອນມິຖຸນາ,ຂະແໜງການລົດໄຟຈະເພີ່ມຈຸດການສັ່ງຈອງອາຫານທາງອິນເຕີເນັດໃນຂະບວນລົດໄຟຄວາມໄວສູງເຊິ່ງລວມເຖິງສະຖານີລົດໄຟພາກໃຕ້ຄຸນຫມິງ, ເພື່ອເປັນການອຳນວຍຄວາມສະດວກໃນການເດີນທາງໃຫ້ແກ່ຜູ້ໂດຍສານ.

ຈາກການແນະນຳ,ສະຖານີພາກໃຕ້ຄຸນໝິງແມ່ນສະຖານີແຫ່ງທຳອິດທີ່ສາມາດຈອງອາຫານດ້ວຍອິນເຕີເນັດໃນທົ່ວແຂວງຢຸນນານ,ຜູ້ໂດຍສານທີ່ນັ່ງແຖວລົດໄຟຄວາມໄວສູງໃນເລກ Gແລະ ເລກ Dນັ້ນ ສາມາດນໍາໃຊ້ບໍລິການການຈອງອາຫານດ້ວຍອິນເຕີເນັດຢູ່ເວັບໄຊ 12306,APPຂອງ 12306 .ພາຍໃນ 30 ນາທີຫຼັງຈາກລົດໄຟຄວາມໄວສູງໄດ້ເລີ່ມອອກເດີນທາງ,ພະນັກງານຂອງລົດໄຟຄວາມໄວສູງຈະຊ່ວຍສົ່ງອາຫານເຖິງບ່ອນນັ່ງໃຫ້ແກ່ລູກຄ້າ.

ນອກຈາກສາມາດຈອງອາຫານດ້ວຍອິນເຕີເນັດແລ້ວ,ຜູ້ໂດຍສານຍັງສາມາດຈອງຜະລິດຕະພັນທີ່ມີສີສັນພິເສດທ້ອງຖິ່ນແຂວງຢຸນນານຢູ່ສະຖານີລົດໄຟພາກໃຕ້ຄຸນໝິງອີກດ້ວຍ,ເພື່ອມອບເປັນຂອງຂວັນຂອງການເດີນທາງຕົນເອງໃຫ້ແກ່ຄອບຄົວໝູ່ເພື່ອນ.ຖ້າປະເຊີນກັບກໍລະນີລົດໄຟຢຸດເຊົາຫຼື ລົດໄຟອອກຊ້າກວ່າເວລາກຳນົດເກີນ 30 ນາທີນັ້ນ,ລະບົບການຈອງອາຫານຈະຍົກເລີກການຈອງ,ແລະສົ່ງເງິນຄືນບັນຊີຂອງລູກຄ້າຢ່າງທັນເວລາ.