ຊົນນະບົດທີ່ສວຍສົດງົດງາມໃນເຂດພູດອຍ

2018-06-07 15:28:52 |ມາຈາກ: Yunnan Gateway

ແຕ່ກ່ອນ,ຊາວບ້ານຂອງບ້ານຢຽນຕົ້ງຈາວ ຕາແສງຢີກູ ເມືອງເຈີ້ນສົງນະຄອນຈ່າວທົ່ງແຂວງຢຸນນານແມ່ນດຳລົງຊີວິດຢູ່ໃນເຂດພູດອຍທີ່ສູງຊັນແລະໜາວ.ເລີ່ມຈາກປີ 2016ເປັນຕົ້ນມາ,ພາຍໃຕ້ການສະໜັບສະໜູນຂອງອຳນາດການປົກຄອງທ້ອງຖິ່ນ,ສະຖານທີ່ຍົກຍ້າຍຂອງບ້ານຢຽນຕົ້ງຈາວໄດ້ສ້າງຕັ້ງຂຶ້ນ,ຊາວບ້ານຂອງບ້ານດັ່ງກ່າວສ່ວນຫຼາຍໄດ້ຍົກຍ້າຍເຂົ້າເຮືອນໃໝ່ຂອງຕົນກ່ອນໃນບຸນກຸດຈີນປີນີ້ແລ້ວ,ໃນນັ້ນມີຄອບຄົວທຸກຍາກຈຳນວນ 159 ຄອບຄົວ.ເມື່ອຍ່າງເຂົ້າບ້ານຢຽນຕົ້ງຈາວ,ສາມາດເຫັນວ່າສິ່ງແວດລ້ອມແລະທິວທັດຂອງບ້ານນີ້ງາມຫຼາຍ,ຖະໜົນກໍສະອາດ,ໂຄງລ່າງພື້ນຖານຄົບຖ້ວນ,ຊາວບ້ານທີ່ເຂດພູດອຍໄດ້ເລີ່ມໃຊ້ຊີວິດໃຫມ່ແລ້ວ.