ຄວາມຊົງຈຳ 40 ປີສຳລັບການສອບເສັງເຂົ້າມະຫາວິທະຍາໄລຂອງຈີນ

2018-06-08 10:24:15 |ມາຈາກ: Yunnan Gateway

ໃນເດືອນຕຸລາປີ 1977, ມີນັກຮຽນທີ່ມີອາຍຸແລະພື້ນຖານຖານະທີ່ແຕກຕ່າງກັນລວມທັງຫມົດຈຳນວນ 5ລ້ານ7ແສນກວ່າຄົນໄດ້ເຂົ້າຮ່ວມການສອບເສັງເຂົ້າມະຫາວິທະຍາໄລ.ໃນປີນີ້,ການຟື້ນຟູຂອງລະບົບການສອບເສັງເຂົ້າມະຫາວິທະຍາໄລ,ໄດ້ກາຍເປັນຂັ້ນເລີ່ມຕົ້ນຂອງຂະບວນການປະຕິຮູບແລະການເປີດປະຕູສູ່ໂລກພາຍນອກ,ເຊິ່ງໄດ້ເກີດມີຜົນກະທົບແລະໄດ້ປ່ຽນແປງຊາຕາກຳຂອງຄົນມາຫຼາຍລຸ້ນ.

ໃນລະຫວ່າງ 40 ກວ່າປີ,ການສອບເສັງເຂົ້າມະຫາວິທະຍາໄລແລະການປ່ຽນແປງຂອງຍຸກສະໄຫມໄດ້ມີການປະຕິຮູບຄຽງຄູ່ກັນໄປຢ່າງບໍ່ຢຸດຢັ້ງ.ການປ່ຽນແປງຂອງມັນ,ບໍ່ພຽງແຕ່ໄດ້ຕາງໜ້າວິວັດທະນາການການພັດທະນາຂອງຂະແໜງການສຶກສາຂອງປະເທດຈີນເທົ່ານັ້ນ,ຍັງໄດ້ສ່ອງແສງເຖິງສະພາບຫຼາຍຢ່າງຂອງເສດຖະກິດສັງຄົມຈີນອີກດ້ວຍ.

ປີນີ້ໄລຍະການສອບເສັງເຂົ້າມະຫາວິທະຍາໄລມາເຖິງອີກເທື່ອໜຶ່ງ,ຮູບພາບທີ່ເລືອກດ້ວຍຄວາມຕັ້ງໃຈດັ່ງລຸ່ມນີ້ສາມາດເຮັດໃຫ້ພວກເຮົາມາຄິດເຖິງຄວາມຊົງຈຳສຳລັບການສອບເສັງເຂົ້າມະຫາວິທະຍາໄລ ໃນຊ່ວງ 40 ກວ່າປີໄດ້ເປັນຢ່າງດີ.