ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 5 ຈະເປີດສາກໃນວັນທີ 14 ແລະເປີດບໍລິການໃຫ້ປະຊາຊົນເຂົ້າຊົມໃນລະຫວ່າງວັນທີ 15-20

2018-06-11 15:52:22 |ມາຈາກ: Yunnan Gateway

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 5,ງານເສດຖະກິດການຄ້າສິນຄ້າຂາເຂົ້າຂາອອກຄຸນໝິງປະເທດຈີນຄັ້ງທີ 25 ແລະເວທີປຶກສາການຮ່ວມມືຈີນ-ອາຊີໃຕ້ຄັ້ງທຳອິດ ຈະເປີດສາກທີ່ນະຄອນຄຸນໝິງໃນວັນທີ 14 ເດືອນມິຖຸນາ.ໃນຕອນແລງຂອງວັນທີ 14 ເປັນເວລາປຶກສາຫາລືຂອງງານວາງສະແດງສິນຄ້າຈີນ-ອາຊີໃຕ້,ແລະຈະເປີດບໍລິການໃຫ້ປະຊາຊົນເຂົ້າຊົມໃນລະຫວ່າງວັນທີ 15-20,ໄລຍະເວລາຂອງງານວາງສະແດງແມ່ນ 7 ມື້.

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງນີ້ຖືການ“ເຊື່ອມໂຍງເຂົ້າ‘ໜຶ່ງແລວທາງ ໜຶ່ງເສັ້ນທາງ’,ຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ”ເປັນຫົວຂໍ້ຕົ້ນຕໍ,ປະເທດຫົວຂໍ້ຕົ້ນຕໍແມ່ນປະເທດ ອັບການິສະຖານ,ປະເທດທີ່ເປັນແຂກຕົ້ນຕໍແມ່ນປະເທດມຽນມ້າ,ພື້ນທີ່ການວາງສະແດງປະມານ 190 ພັນກິໂລແມັດ,ມີໂຕະວາງສະແດງເປັນມາດຖານປະມານ 8500 ໜ່ວຍ,ພື້ນທີ່ການວາງສະແດງຂອງວິສາຫະກິດຕ່າງປະເທດເກີນກວ່າ 40%,ຂະໜາດການວາງສະແດງຄັ້ງນີ້ເປັນຂະໜາດທີ່ໃຫຍ່ທີ່ສຸດແບບບໍ່ເຄີຍມີມາກ່ອນ.