ການຝຶກອົບຮົມນັກຂ່າວແລະລັດຖະກອນຂ່າວສານລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທຳອິດໄດ້ເປີດຂຶ້ນ

2018-06-12 15:27:00 |ມາຈາກ: Yunnan Gateway

“ແມ່ນໍ້າດຽວກັນ,ຄອບຄົວດຽວກັນ”,ໃນຕອນເຊົ້າຂອງວັນທີ 12, ການຝຶກອົບຮົມນັກຂ່າວແລະລັດຖະກອນຂ່າວສານລະຫວ່າງປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທຳອິດໄດ້ເປີດຂຶ້ນທີ່ນະຄອນຄຸນໝິງ.ການຝຶກອົບຮົມຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍໂຄງການແຫ່ງຊາດ,ແລະກຸ່ມບໍລິສັດກິດຈະການໜັງສືພິມຂອງໜັງສືມພິມລາຍວັນຢຸນນານເປັນຜູ້ຈັດການ,ເຊິ່ງມີສະມາຊິກຈຳນວນ 17 ຄົນທີ່ມາຈາກປະເທດກຳປູເຈຍ,ລາວ,ໄທ,ມຽນມາແລະຫວຽດນາມໄດ້ເຂົ້າຮ່ວມ.ໃນລະຫວ່າງການຝຶກອົບຮົມ,ສະມາຊິກຂອງການຝຶກອົບຮົມທີ່ມາຈາກ 5 ປະເທດດັ່ງກ່າວຈະຂີ່ລົດໄຟຄວາມໄວສູງແລະໄປຢ້ຽມຢາມເຂດຊາຍແດນເພື່ອເຂົ້າຮ່ວມກິດຈະກຳການແລກປ່ຽນ ການທັດສະນະແລະກິດຈະກຳອື່ນໆທີ່ນະຄອນຄຸນໝິງແລະເມືອງຫຼີນຊ່າງນຳນັກຂ່າວຂອງກຸ່ມບໍລິສັດກິດຈະການໜັງສືພິມຢຸນນານ,ແລະຍັງເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 5 ແລະງານການແລກປ່ຽນສິນຄ້າຂາເຂົ້າຂາອອກນະຄອນຄຸນໝິງປະເທດຈີນຄັ້ງທີ 25 ອີກດ້ວຍ.