ຈຳນວນການດາວໂຫລດຂອງApp“ທ່ອງທ່ຽວຢູ່ຢຸນນານ”ເກືອບຮອດ 6 ໝື່ນຄັ້ງຫຼັງຈາກເຜີຍແຜ່ອອກມາໄດ້ 1 ອາທິດ

2018-06-12 15:29:59 |ມາຈາກ: Yunnan Gateway

ຈາກສະຖິຕິຂອງຄະນະກຳມະການການທ່ອງທ່ຽວແລະການພັດທະນາຂອງແຂວງຢຸນນານຮັບຮູ້ວ່າ, App “ທ່ອງທ່ຽວຢູ່ຢຸນນານ”ໄດ້ເລີ່ມເຜີຍແຜ່ແລະທົດລອງນໍາໃຊ້ຢ່າງເປັນທາງການໃນວັນທີ 1 ເດືອນມິຖຸນາ,ເຊິ່ງຜູ້ນໍາໃຊ້ສາມາດດາວໂຫລດຢູ່ຮ້ານ App ໃນມືຖື.ມາເຖິງວັນທີ 7 ເດືອນມິຖຸນາ,ຈຳນວນການດາວໂຫລດຂອງ App “ທ່ອງທ່ຽວຢູ່ຢຸນນານ”ໄດ້ມີເຖິງ 59235 ຄົນແລ້ວ.

ຫົວໜ້າຂອງຄະນະກຳມະການການທ່ອງທ່ຽວແລະການພັດທະນາຂອງແຂວງຢຸນນານ ຢູຟານ ແນະນຳວ່າ,ຫຼັງຈາກ App“ທ່ອງທ່ຽວຢູ່ຢຸນນານ”ໄດ້ເປີດຕົວອອກມາ,ໄດ້ມີການປະເມີນໂຮງແຮມຈຳນວນ 3597 ແຫ່ງ,ວິສາຫະກິດຮ້ານອາຫານ 4409 ແຫ່ງ,ສຳນັກງານການທ່ອງທ່ຽວ 735 ແຫ່ງແລະນັກນຳທ່ຽວ 5323 ຄົນ.ບົດບາດຂອງ App ໄດ້ກວມລວມເຖິງ 16 ນະຄອນແລະ 129ເມືອງ(ຕົວເມືອງ)ຂອງຢຸນນານ,ແລະຍັງໄດ້ມີຄໍລຳຫຼາຍຢ່າງໃນ App ແລ້ວ,ເຊັ່ນ:“ບັດແນະນຳຕົວເມືອງ,ບັດແນະນຳເຂດທ່ອງທ່ຽວ,ການນຳທ່ຽວ,ການເຂົ້າສູ່ໃນສວນດ້ວຍການສະແກນແລະການຖ່າຍທອດສົດ”ເປັນຕົ້ນ.ກ່ອນວັນທີ 1 ເດືອນຕຸລາ, App“ທ່ອງທ່ຽວຢູ່ຢຸນນານ”ຈະກວມລວມເອົາເຂດທ່ອງທ່ຽວທົ່ວແຂວງຢຸນນານທີ່ມີລະດັບ AA ຂຶ້ນໄປ.