ການຍ່າງເຂົ້າພູເຂົາຫິມະປາຍໝ້າ

2018-06-14 09:06:34 |ມາຈາກ: Yunnan Gateway

ໃນ 9 ໂມງຕອນເຊົ້າຂອງວັນທີ 10 ເດືອນມິຖຸນາປີ 2018,ກຸ່ມສຳພາດ “ຢຸນນານທີ່ສວຍງາມ•ຂ້າມຜ່ານເຂດອະນຸລັກທຳມະຊາດ”ທີ່ປະກອບດ້ວຍກຸ່ມບໍລິສັດກິດຈະການໜັງສືພິມລາຍວັນຢຸນນານແລະພະແນກຂະແໜງການປ່າໄມ້ລະດັບແຂວງໄດ້ເດີນທາງຈາກນະຄອນຄຸນໝິງ,ແລະຂີ່ລົດສູ່ເຂດອະນຸລັກທຳມະຊາດແຫ່ງຊາດ ພູເຂົາຫິມະປາຍໝ້າ.

ນີ້ເປັນແຫ່ງທີ່ 3 ຂອງກຸ່ມສໍາພາດ “ຢຸນນານທີ່ສວຍງາມ•ຂ້າມຜ່ານເຂດອະນຸລັກທຳມະຊາດ” ທີ່ໄດ້ໄປຢ້ຽມຢາມຫຼັງຈາກການຢ້ຽມຢາມເຂດອະນຸລັກທໍາມະຊາດລະດັບຊາດພູເຂົາກົ້ງຊ່ານເມືອງກ່າວຫຼີແລະເຂດອະລຸລັກທຳມະຊາດລະດັບຊາດໜອງສະຫວັນເມືອງຢູນຫຼົງ.

ການສຳພາດຄັ້ງນີ້ເປັນໂຄງການສຳພາດໂຄສະນາຂະໜາດໃຫຍ່ຄັ້ງໜຶ່ງ.ແຂວງຢຸນນານເປັນແຂວງທີ່ມີປະເພດຊີວະສາດອັນຫຼາຍທີ່ສຸດໃນທົ່ວປະເທດຈີນ,ກໍເປັນເຂດທີ່ມີປະເພດຊີວະສາດອັນຫຼາຍທີ່ສຸດໃນຂົ້ວໂລກເໜືອ.

ໃນເວລາທີ່ດົນນານຕໍ່ໄປນີ້,ພວກເຮົາຈະຍ່າງເຂົ້າໃນເຂດອະນຸລັກທຳມະຊາດລະດັບຊາດ 17 ແຫ່ງ,ເຊິ່ງແມ່ນຄຸ້ມຄອງບໍລິຫານໂດຍຂະແໜງການປ່າໄມ້ໃນທົ່ວແຂວງ,ຈະສຳພາດສິ່ງທີ່ພວກເຮົາໄດ້ສຳພັດໃນການເດີນທາງໂດຍຜ່ານການນຳໃຊ້ໂຕໜັງສື,ຮູບພາບ+ໂຕໜັງສື,ການຖ່າຍສົດທາງເວັບໄຊແລະຮູບແບບອື່ນໆ,ຈະເລົ່າເລື່ອງແລະການປ່ຽນແປງກ່ຽວກັບການປະດິດສ້າງພາລະກິດການຮັກສາເຂດອະນຸລັກຂອງແຂວງຢຸນນານໃນ 60 ປີທີ່ຜ່ານມາ,ຈະເອົາໃຈໃສ່ຕໍ່ຊາຕາກຳແລະການຮຽກຮ້ອງຂອງຄົນແລະຊີວະສາດຂອງທີ່ນີ້.