ເວທີສົນທະນາເຈົ້າແຂວງຕາມແລວທາງເສດຖະກິດ GMS 2018ໄດ້ຈັດຂຶ້ນທີ່ຄຸນໝິງ

2018-06-14 16:02:59 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ເວທີສົນທະນາເຈົ້າແຂວງຕາມແລວທາງເສດຖະກິດ GMS 2018ໄດ້ຈັດຂຶ້ນທີ່ນະຄອນຄຸນໝິງ,ຫົວຂໍ້ຕົ້ນຕໍຂອງເວທີສົນທະນາຄັ້ງນີ້ແມ່ນ“ຊຸກຍູ້ສົ່ງເສີມສາຍພົວພັນຄູ່ຮ່ວມມືອັນຍືນຍົງທີ່ນຳພາໂດຍການຮ່ວມມືຂອງໂຄງການ”,ຜູ້ຕາງໜ້າລະດັບແຂວງແລະລະດັບນະຄອນທີ່ມາຈາກປະເທດຈີນ,ກຳປູເຈຍ,ລາວ,ມຽນມາ,ໄທ,ຫວຽດນາມເປັນຕົ້ນ,ໄດ້ເຕົ້າໂຮມຢູ່ບ່ອນດຽວກັນເພື່ອກ່າວປາໄສຕາມຫົວຂໍ້ ເພີ່ມທະວີການສົນທະນານະໂຍບາຍລະຫວ່າງລັດຖະບານແລະຊຸກຍູ້ການຮ່ວມມືຂອງໂຄງການລຽບຕາມແລວທາງເສດຖະກິດໃຫ້ເຂັ້ມແຂງ.