ຈີນ​ເຫັນ​ວ່າ ການ​ພົບ​ປະລະ​ຫວ່າງ​ຜູ້ນຳ ສປປ ​ເກົາຫຼີ ​ແລະ​ອາ​ເມຣິກາ ມີ​ຄວາມ​ໝາຍສຳຄັນ​ທາງ​ປະຫວັດສາດ

2018-06-15 11:41:43 |ມາຈາກ: CRI

ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 13 ມິຖຸນາ​ນີ້​ວ່າ: ໝາກຜົນ​ຂອງ​ການ​ພົບ​ປະລະ​ຫວ່າງຜູ້ນຳ ສປປ ​ເກົາຫຼີ ​ແລະ ອາ​ເມຣິກາ​ຢູ່​ສິງກະ​ໂປ ​ແມ່ນ​ຄວາມ​ຄືບ​ໜ້າ​ທີ່ຖືກຕ້ອງ ​ແລະ​ສຳຄັນ ທີ່​ກ້າວ​ໄປ​ສູ່​ການ​ປອດ​ນິວ​ເຄຼຍຢູ່​ແຫຼມ​ເກົາຫຼີ, ສິ້ນ​ສຸດ​ການ​ເປັນ​ປໍ​ລະ​ປັກ​ກັນ, ສະ​ແຫວ​ງຫາ​ສັນຕິພາບ​ຖາວອນ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ແຫຼມ​ດັ່ງກ່າວ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ສືບ​ຕໍ່​ສຸມ​ໃສ່​ຄວາມພະຍາຍາມ ​ແລະ​ປະກອບສ່ວນ​ເພື່ອບັນລຸ​ການ​ປອດ​ນິວ​ເຄຼຍ-ການ​ສ້າງ​ກົນ​ໄກ​ສັນຕິພາບ​ຢູ່​ແຫຼມ​ເກົາຫຼີ, ພ້ອມ​ທັງບັນລຸ​ຄວາມ​ສະຫງົບ​ຖາວອນ​ຢູ່​ແຫຼມ​ດັ່ງກ່າວ.

ຂ່າວ​ລາຍ​ງານ​ວ່າ ວັນ​ທີ 12 ມິຖຸນາ​ນີ້, ຜູ້ນຳ ສປປ ​ເກົາຫຼີ ​ແລະ ອາ​ເມຣິກາ ​ໄດ້​ພົບ​ປະກັນ​ຢູ່​ສິງກະ​ໂປ ​ແລະ ອອກ​ຖະ​ແຫຼງການ​ຮ່ວມ ​ເຊິ່ງ​ໃນ​ຖະ​ແຫຼງການ​ ​ອາ​ເມຣິກາ​ໄດ້​​ໃຫ້​ຄຳ​ໝັ້ນສັນຍາ​ຈະ​ຮັບປະກັນ​ຄວາມ​ໝັ້ນຄົງ​ຕໍ່ ສປປ ​ເກົາຫຼີ ​ແລະ ສປປ ​ເກົາຫຼີກໍ​​ໃຫ້​ຄຳ​ໝັ້ນສັນຍາຢ່າງ​ເດັດດ່ຽວວ່າ​ຈະ​ສຸມ​ໃສ່ບັນລຸ​ການ​ປອດ​ນິວ​ເຄຼຍຢູ່​ແຫຼມ​ເກົາຫຼີ. ຂະນະ​ທີ່​ປະຊາ​ຄົມ​ໂລກໂດຍ​ທົ່ວ​ໄປ​ກໍ​ມີ​ທ່າ​ທີ​ສະໜັບສ​ະໜູນ​ຢ່າງຕັ້ງໜ້າ​ຕໍ່​ຜົນ​ການ​ພົບ​ປະ​ດັ່ງກ່າວ​ ​ແຕ່​ກໍ​ມີ​ຄຳ​ວິຈານ​ວ່າ ສປປ ​ເກົາຫຼີບໍ່ມີ​ທ່າ​ທີປະນີປະນອມ​ຢ່າງ​ແທ້ຈິງ ​ເພາະ​ໃນ​ຖະ​ແຫຼງການ​ບໍ່​ໄດ້​ກຳນົດ​ມາດ​ຕະການ​ທີ່​ເປັນ​ຮູບ​ປະ​ທຳ ​ແລະ ຕາຕະລາງ​ເວລາ ການຈັດຕັ້ງປະຕິບັດ​ໃນ​ຕໍ່ໜ້າ​ເຊິ່ງ​ຈະ​ເປັນ​ໜ້າ​ທີ່​ໜັກໜ່ວງ ​ແລະ ​ເປັນ​ເສັ້ນທາງ​ທີ່​ຍາວ​ໄກ ຈຶ່ງ​ເຫັນ​ວ່າ​ຄວາມ​ໝາຍທີ່ແທ້​ຈິງມີ​ຈຳກັດ.

ທ່ານ​ເກິ​ງສວງ ກ່າວ​ວ່າ: ບັນຫາ​ແຫຼມ​ເກົາຫຼີມີ​ຄວາມ​ສັບສົນຫຼາຍ ​ແລະ​ເປັນ​ບັນຫາ​ພິ​ເສດ ຈຶ່ງ​ບໍ່​ອາດ​ຈະ​ກະທຳ​ບາດ​ດຽວ​ກໍ​ສາມາດ​ແກ້​ໄຂ​ໄດ້ ​ຕ້ອງ​ໃຫ້ບັນດາ​ຝ່າຍ​ມີ​ມະ​ນາ​ອົດທົນ, ຍຶດໝັ້ນຄວາມພະຍາຍາມ​ຢ່າງ​ບໍ່​ລົດ​ລະ ​ເພື່ອ​ເຮັດ​ໃຫ້ການ​ແກ້​ໄຂ​ບັນຫາ​ແຫຼມ​ເກົາຫຼີຜ່ານ​ຊ່ອງ​ທາງ​ການ​ເມືອງ​ນັ້ນ ​ເປັນ​ຂະ​ບວນການ​ທີ່​ຕໍ່​ເນື່ອງ ​ແລະ​​ປີ້ນ​ຄືນ​ບໍ່ໄດ້.