“ບັດ 3 ໃບ”ຂອງຫ້ອງວາງສະແດງແຂວງຢຸນນານໃນງານ EXP

2018-06-15 16:34:18 |ມາຈາກ: Yunnan Gateway

ໃນວັນທີ 14 ເດືອນມິຖຸນາ,ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 5 ແລະ ງານເສດຖະກິດການຄ້າສິນຄ້າຂາເຂົ້າຂາອອກຄຸນໝິງປະເທດຈີນຄັ້ງທີ 25 ໄດ້ເປີດສາກທີ່ສູນວາງສະແດງສາກົນຕ່ຽນສືນະຄອນຄຸນໝິງແຂວງຢຸນນານຢ່າງເປັນທາງການ.ງານ EXP ທີ່ມີຫົວຂໍ້“ເຊື່ອມໂຍງເຂົ້າ‘ໜຶ່ງແລວທາງ ໜຶ່ງເສັ້ນທາງ’,ຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ”ຄັ້ງນີ້ມີຂະໜາດຍິ່ງໃຫຍ່ກວ່າເກົ່າ,ມີລັກສະນະມືອາຊີບ ລັກສະນະສາກົນແລະລັກສະນະຕະຫຼາດທີ່ສູງກວ່າເດີມ,ໄດ້ຈັດຕັ້ງຫໍວາງສະແດງ 19 ຫໍ,ພື້ນທີ່ຂອງການວາງສະແດງແມ່ນ 19 ໝື່ນແມັດຕາ,ໂຕະວາງສະແດງເປັນມາດຖານປະມານ 8500 ໜ່ວຍ,ເຊິ່ງເປັນຂະໜາດອັນໃຫຍ່ທີ່ສຸດຂອງງານ EXP ທີ່ບໍ່ເຄີຍມີມາກ່ອນ.ລວມທັງຫມົດມີ 87 ປະເທດ ພາກພື້ນແລະອົງການຈັດຕັ້ງສາກົນເຂົ້າຮ່ວມການວາງສະແດງແລະປະຊຸມ.

ໃນນັ້ນຫໍວາງສະແດງຂອງແຂວງຢຸນນານແຕ່ລະຫໍເນັ້ນໃສ່ປະດິດສ້າງ“ບັດ 3 ໃບ”ຂອງແຂວງຢຸນນານທີ່ເອີ້ນວ່າ“ພະລັງງານສີຂຽວ,ອາຫານສີຂຽວ ແລະ ສະຖານທີ່ດຳລົງຊີວິດຢ່າງມີສຸຂະພາບທີ່ດີ”,ໂດຍມີຫ້ອງວາງສະແດງຫົວຂໍ້ສະເພາະໃນທາງດ້ານການຜະລິດເຄື່ອງອຸປະກອນທີ່ທັນສະໄໝ,ການຜະລິດອາຫານແລະເຄື່ອງອຸປະໂພກ,ຢາປິ່ນປົວພະຍາດແລະສາທາລະນະສຸກ,ຂະແໜງກະສິກຳທີ່ມີເອກະລັກຂອງເຂດພູພຽງ,ການທ່ອງທ່ຽວແລະວັດທະນະທຳເປັນຕົ້ນ.