ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ສຳ​ພາດ​ກ່ຽວ​ກັບ​ຖະ​ແຫຼງ​ການ​ຂອງ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ໃນ​ວັນ​ທີ 18 ມິ​ຖຸ​ນານີ້

2018-06-19 15:53:59 |ມາຈາກ: CRI

ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ ໄດ້ໃຫ້​ສຳ​ພາດ​​ຂ່າວກ່ຽວ​ກັບ​ຖະ​ແຫຼງ​ການ​ຂອງ​ທຳ​ນຽບ​ຂາວ​ອາ​ເມ​​ຣິກາ​ໃນ​ວັນ​ທີ 18 ມິ​ຖຸ​ນານີ້​ວ່າ: ພາຍ​ຫຼັງ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ບັນ​ຊີ​ເກັບ​ພາ​ສີ​ທີ່​ເປັນ​ມູນ​ຄ່າ 50 ຕື້​ໂດ​ລາ​ສະ​ຫະ​ລັດ​ແລ້ວ, ກໍ​ໄດ້​ນາບ​ຂູ່​ວ່າ​ຈະ​ຈັດ​ວາງ​ບັນ​ຊີ​ເກັບ​ພາ​ສີ​ທີ່​ເປັນ​ມູນ​ຄ່າ 200 ຕື້​ໂດ​ລາ​ສະ​ຫະ​ລັດ​ອີກ. ການ​ກະ​ທຳ​ທີ່​ກົດ​ດັນ​ແລະ​ຂູ່​ຂວັນ​ເຖິງ​ເສັ້ນ​ຕ່ຳ​ສຸດ​ແບບນີ້ ເປັນ​ການ​ລະ​ເມີດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ສອງ​ຝ່າຍຫຼັງ​ການ​ເຈ​ລະ​ຈາຫຼາຍ​ເທື່ອ, ທັງ​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ຜິດ​ຫວັງ​ທີ່​ສຸດ. ຖ້າ​ຫາກວ່າ​ອາ​ເມ​ຣິ​ກາ​ເສຍ​ສະ​ຕິ​ໄປ​ແລະ​ເປີດ​ເຜີຍ​ບັນ​ຊີ​ດັ່ງ​ກ່າວ, ຈີນ​ກໍ​ຈຳ​ເປັນ​ຕ້ອງ​ໃຊ້​ມາດ​ຕະ​ການສົມ​ທົບ​ກັນ​ລ​ະ​ຫວ່າງ​ປະ​ລິ​ມານ​ແລະ​ຄຸ​ນ​ນະ​ພາບເພື່ອ​ຕອບ​ໂຕ້​ຢ່າງ​ແຂງ​ແຮງ.

ໂຄ​ສົກ​ຊີ້​ອອກວ່າ, ອາ​ເມ​ຣິ​ກາກໍ່​ສົງ​ຄາມ​ການ​ຄ້າ, ເປັນ​ການ​ລະ​ເມີດ​ກົດ​ເກນ​ຕະຫຼາດ, ບໍ່​ສອດ​ຄ່ອງ​ກັບ​ກະ​ແສ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ໂລກ​ໃນ​ປັດ​ຈຸ​ບັນ, ເປັນ​ການ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແລະ​ວິ​ສ​າ​ຫະ​ກິດ​ຂອງ​ສອງ​ປະ​ເທດ​ຈີນ-ອາ​ເມ​ຣິ​ກາ ແລະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ທົ່ວ​ໂລກ. ການ​ຕອບ​ໂຕ້​ຂອງ​ຈີນ ກໍ​ເພື່ອ​ປົກ​ປັກ​ຮັກ​ສາ​ແລະ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ​ແລະ​ປ​ະ​ຊາ​ຊົນ, ທັງ​ເພື່ອ​ປົກ​ປັກ​ຮັກ​ສາ​ແລະ​ປົກ​ປ້ອງ​ໂຄງ​ປະ​ກອບ​ການ​ຄ້າ​ເສ​ລີ, ປົກ​ປັກ​ຮັກ​ສາ​ແລະ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງມວນ​ມະ​ນຸດ. ບໍ່​ວ່າ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ຈະ​ປ່ຽນ​ແປງ​ແນວ​ໃດ, ຈີນ​ລ້ວນ​​ແຕ່ຈະ​ອີງ​ຕາມ​ຈັງ​ຫວະ​ຂອງ​ເປົ້າ​ໝາຍ​ທີ່​ກຳ​ນົດ​ໄວ້​ລ່ວງ​ໜ້າ, ຍຶດ​ໝັ້ນ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ, ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ຢ່າງ​ເດັດ​ດ່ຽວ ແລະ​ເລັ່ງ​ລັດ​ສ້າງ​ລະ​ບົບ​ເສດ​ຖະ​ກິດ​ທັນ​ສະ​ໄໝ​ໃຫ້​ໄວ​ຂຶ້ນກວ່າ​ເກົ່າ.