ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ທ່ານ​ກິມ​ເຈິງ​ອຸນ

2018-06-20 16:42:11 |ມາຈາກ: CRI

ວັນ​ທີ 19 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ກິມ​ເຈິງ​ອູນ ປະທານຄະນະກຳມະການພັກແຮງງານ ​ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​​ແຫ່ງ​ລັດ ສປປ ເກົາຫຼີ​ໂອ​ກາດ​ເດີນ​ທາງ​​ຮອດ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແລະ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ.

ຜູ້​ນຳ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ ສ​ປ​ປ ເກົາ​ຫຼີ​ແລະ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ເລິກ​ເຊິ່ງ, ແລະ​ພ້ອມ​ກັນ​ສະ​ແດງຄວາມ​ເຫັນວ່າ​ຈະ​ຮັກ​ສາ, ປັບ​ປຸງ​ແລະ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ, ຮ່ວມ​ກັນ​ຊຸກ​ຍູ້​​ທ່ວງ​ທ່າ​​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ​ໃຫ້​ພັດ​ທະ​ນາ​ໄປ​ຂ້າງ​ໜ້າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກຢ່າງແທ້​ຈິງ.