ເລີ່ມກໍໍ່ສ້າງຂົວຂະໜາດໃຫຍ່ຢວນຈ່ຽງຂອງລົດໄຟລາວຈີນ

2018-06-25 14:49:45 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ຂົວຂະໜາດໃຫຍ່ຢວນຈ່ຽງຂອງລົດໄຟຢູ້ຊີ-ບໍ່ຫານ(ລົດໄຟຈີນ-ລາວທີ່ຢູ່ສ່ວນປະເທດຈີນ),ທີ່ບໍລິສັດກໍ່ສ້າງທາງລົດໄຟເລກ 4 ສປ ຈີນຈຳກັດ ເປັນຜູ້ຮັບຜິດຊອບກໍ່ສ້າງໄດ້ເຂົ້າສູ່ໄລຍະກໍ່ສ້າງຂົວໂຄງເຫລັກ.ຂົວຂະໜາດໃຫຍ່ຢວນຈ່ຽງນີ້ຕັ້ງຢູ່ພາຍໃນເມືອງຢູ້ຊີແຂວງຢຸນນານ,ເປັນໂຄງການຄຸ້ມຄອງອັນສຳຄັນໃນທົ່ວເສັ້ນທາງລົດໄຟຈີນ-ລາວ.ໂດຍໄດ້ຮັບຮູ້ວ່າ,ຂົວແຫ່ງນີ້ແມ່ນມີເອກະລັກເປັນເສົາສູງ ໄລຍະການຂ້າມມີຄວາມກວ້າງໃຫຍ່,ໃນນັ້ນເສົາທີ່ສູງທີ່ສຸດມີເຖິງ 154 ແມັດ,ໄລຍະຂ້າມຫລັກແມ່ນມີເຖິງ 249 ແມັດ,ຂົວຫລັກແມ່ນນໍາໃຊ້ຂົວໂຄງເຫລັກມາປະກອບຕໍ່ເນື່ອງໃສ່ກັນຢູ່ທາງເທິງ.