ທ່ານຢູຊິນຮວາ ຜູ້ທີ່ເປັນນັກອະນຸລັກປ່າໄມ້ມາໄດ້ 5 ປີນັ້ນກ່າວວ່າ“ເມື່ອປຽບທຽບກັບການລ້ຽງໝູລ້ຽງຄວາຍ,ການລ້ຽງເຜິ້ງຈະບໍ່ທຳລາຍສິ່ງແວດລ້ອມ.”ແນວຄິດການຮັກສານິເວດໄດ້ສ້າງຕັ້ງຂຶ້ນຢູ່ໃນໃຈຂອງຕົນຢ່່າງໝັ້ນແກ່ນ.ສະໜາມລ້ຽງເຜິ້ງຂອງລາວແມ່ນໃກ້ກັບສະຖານທີ່ຄົ້ນຄວ້າໂຕລີງສີຄຳຢຸນນານຖາເສີງ ທີ່ເຂດອະນຸລັກທຳມະຊາດລະດັບຊາດພູຫິມະປາຍໝ້າ,ເຊິ່ງໄດ້ດຳລົງຊີວິດຢູ່ໃກ້ກັບໂຕລີງສີຄຳຢຸນນານສຽງກູຈິ່ງ.
ຊັບພະຍາກອນພຶກສາຊາດອັນອຸດົມສົມບູນທີ່ຢູ່ໃນເຂດອະນຸລັກທຳມະຊາດໄດ້ອຳນວຍເງື່ອນໄຂທີ່ຫາຍາກໃຫ້ແກ່ການລ້ຽງເຜິ້ງ.“ເມື່ອຂ້ອຍອາຍຸໄດ້ 10 ປີ,ພໍ່ຂອງຂ້ອຍກໍໄປລ້ຽງເຜິ້ງໃນພູແລ້ວ.”ວິທີການລ້ຽງເຜິ້ງຂອງພໍ່ທ່ານຢູ ແມ່ນອາໄສຊອກຫາດ້ວຍຕົນເອງ,ສ່ວນ ຢູຊິນຮວາ ແມ່ນໄດ້ຮັບການຝຶກອົບຮົມຢ່າງເປັນອາຊີບ.ຢູຊິນຮວາ ໄດ້ນຳໃຊ້ຄວາມຮູ້ທີ່ຮ່ຳຮຽນມາເຂົ້າມານຳໃຊ້ໃນການປະຕິບັດຕົວຈິງ,ວິທີການລ້ຽງເຜິ້ງໃຫ້ມີລັກສະນະວິທະຍາສາດກວ່າເກົ່າ,ຄຸນນະພາບຂອງນໍ້າເຜິ້ງກໍດີກວ່າແຕ່ກ່ອນ.“ເມື່ອບໍ່ດົນມານີ້,ມີບໍລິສັດແຫ່ງໜຶ່ງໄດ້ມານຳເອົານໍ້າເຜິ້ງຂອງຂ້ອຍໄປເຮັດການທົດສອບທີ່ປັກກິ່ງ,ແລະຜົນການທົດສອບໄດ້ສະແດງວ່ານໍ້າເຜິ້ງຂອງຂ້ອຍເປັນຊຸດນໍ້າເຜິ້ງທີ່ດີທີ່ສຸດໃນທົ່ວປະເທດ.”ທ່ານຢູຊິນຮວາ ເວົ້າວ່າ.ນອກຈາກລ້ຽງເຜິ້ງຫິມາໄລແລ້ວ,ລາວຍັງໄດ້ປູກໝາກພິກໄທ ໝາກໂມ ໃນເຂດສະໜາມລ້ຽງເຜິ້ງ,ປູກຢາພື້ນເມືອງຈີນທີ່ນອກສະໜາມອີກດ້ວຍ,ນອກນັ້ນຍັງໄດ້ລ້ຽງງົວຄວາຍອີກຈຳນວນໜຶ່ງ,ສາມາດເວົ້າໄດ້ວ່າລາວເປັນ“ຜູ້ທີ່ມີຄວາມສາມາດຫຼາຍຢ່າງ”.