ທ່າ​ນສີ​ຈິ້ນ​ຜິ​ງ ​ໃຫ້ກາ​ນຊີ້​ນຳ​ທີ່​ສຳຄັນຕໍ່​ວຽກ​ງານ​ປາບປາມຢາ​ເສບ​ຕິດ

2018-06-26 10:37:31 |ມາຈາກ: CRI

ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ໄດ້​ໃຫ້ການ​ຊີ້​ນຳ​ທີ່​ສຳຄັນຕໍ່ວຽກ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ຫວ່າງ​ມໍ່ໆ​ນີ້ ​ໂດຍ​ຊີ້​ເນັ້ນວ່າ: ຕ້ອງ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ທາງ​ການ​ເມືອງ ​ແລະ ທາງ​ລະບອບ​ແບບ​ແຜນ​ຢ່າງ​ເຕັມ​ສ່ວນ, ປັບປຸງ​ລະບົບ​ການ​ບໍລິຫານ​ໃຫ້​ສົມບູນ, ມອບ​ຄວາມ​ຮັບຜິດຊອບ​ໃນ​ໜ້າ​ທີ່​ວຽກ​ງານ​ໃຫ້​ດີ, ລະດົມ​ຂົນຂວາຍມວນຊົນ​ອັນ​ໄພສານ ​ແລະ ​ເດີນ​ຕາມ​ເສັ້ນທາງ​ການ​ປາບ​ປາມ​ແລະ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ທີ່ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ມີ​ຄວາມເດັດດ່ຽວ​ເອົາ​ຊະນະ​ບັ້ນຮົບ​ປະຊາຊົນ​ປາ​ບປາມ​ຢາ​ເສບ​ຕິດ​ໃນ​ຍຸກ​ໃໝ່.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນອີກ​ວ່າ: ວຽກ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ໄດ້ຕິດ​ພັນ​ກັບ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຊົນ​ຊາດ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ຈີນ ສະນັ້ນ, ​ເມື່ອ​ໃດ​ທີ່ບັນຫາ​ຢາ​ເສບ​ຕິດ​ຍັງ​ບໍ່​ສາມາດ​ແກ້​ໄຂ​ໄດ້ ​ເມື່ອນັ້ນກໍ​ບໍ່​ສາມາດ​ຈະ​​ໂຍະ​ຍານ​ໄດ້​ໃນການ​ປາບ​ປາມ​ຢາ​ເສບ​ຕິດ​. ຕ້ອງ​ຕໍ່ຕ້ານ​ກັບ​ອາ​ຊະ​ຍາ​ກຳ​ທີ່​ຕິດ​ພັນ​ກັບ​ຢາ​ເສບ​ຕິດ​ຢ່າງ​ເຂັ້ມງວດ​ຕາມ​ກົດໝາຍ, ​ເພີ່ມ​ຄວາມ​ເຂັ້ມງວດ​ຢູ່​ເຂດ​ຈຸດ​ສຸມ, ​ເດັດດ່ຽວ​ທຳລາຍ​ເຄືອ​ຂ່າຍ​ກຸ່ມ​ແກ້ງລັກຜະລິດ​ແລະ​ຄ້າຂາຍ​ຢາ​ເສບ​ຕິດ, ສືບສວນ-ສອບ​ສວນ​ອິດ​ທິກຳລັງ​ມືດ​ແລະຮ້າຍ​ກາດ​ທີ່ພົວ​ພັນ​ກັບ​ຢາ​ເສບ​ຕິດ ພ້ອມພວກທີ່ໃຫ້ການ​ອາລັກຂາຢູ່​ເບື້ອງຫຼັງ ​ເພື່ອກຳຈັດ​ແຫຼ່ງກຳ​ເນີ​ດ​ບັນຫາ​ຢາ​ເສບ​ຕິດ; ຕ້ອງ​ຖື​ການ​ປ້ອງ​ກັນ​ເປັນ​ສຳຄັນ, ຖື​ເອົາຊາວ​ໜຸ່ມ​ເຍົາວະ​ຊົນ ​ແລະ​ອື່ນໆ​ເປັນ​ເປົ້າໝາຍ​ປ້ອງ​ກັນ​ທີ່​ສຳຄັນ, ​ໂຄສະນາ ​ແລະ​ສຶກສາ​ການ​ປ້ອງ​ກັນ​ຢາ​ເສບ​ຕິດ​ໃຫ້​ທົ່ວ​ເຖິງ ​ເພື່ອ​ສ້າງ​ບັນຍາກາດ​ອັນ​ເຂັ້ມຂຸ້ນ​ໃນ​ທົ່ວ​ສັງຄົມ​​ເພື່ອ​ຕ້ານ​ກັບ​ຢາ​ເສບ​ຕິດ​ຢ່າງ​ເປັນ​ເຈົ້າການ.