ທ່ານສີຈິ້ນຜິງພົບປະລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ

2018-06-28 10:10:22 |ມາຈາກ: CRI

ວັນທີ 27 ມິຖຸນານີ້ ທ່ານສີຈິ້ນຜິງ ປະທານປະເທດ ສປຈີນ ໄດ້ພົບປະທ່ານມາດິສ ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາທີ່ໄປຢ້ຽມຢາມຈີນຢູ່ທີ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ປັກກິ່ງ.

ທ່ານສີຈິ້ນຜິງກ່າວວ່າ, ໂລກຊູ່ມື້ນີ້ ກຳລັງຢູ່ໃນໄລບະທີ່ເກີດມີການພັດທະນາຢ່າງໃຫຍ່, ປັບປຸງຢ່າງ ໃຫຍ່ ແລະມີການປ່ຽນແປງຢ່າງໃຫຍ່, ໂລກຫັນເປັນຫຼາຍຂວັ້ນ ແລະເສດຖະກິດໂລກາພິວັດພວມ ພັດທະນາລົງສູ່ລວງເລິກ, ລະຫວ່າງປະເທດກັບປະເທດມີຄວາມອີງອາໃສນຳກັນນັບມື້ນ ນັບແໜ້ນແຟ້ນ ກວ່າເກົ່າ. ປະຊາຊົນຈີນຈະສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະເຂັ້ມແຂງ, ແຕ່ພວກເຮົາຍຶດໝັ້ນ ເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ບໍ່ເດີນໄປສູ່ການແຜ່ນຂະຫຍາຍ ອິດທິພົນແລະເປັນປະເທດເຈົ້າ ລ່າເມືອງຂຶ້ນ, ຍິງຈະບໍ່ສ້າງຄວາມປັ່ນປ່ວນໃຫ້ໂລກ. ການພົວພັນລະຫວ່າງຈີນ-ອາເມລິກາພັດ ທະນາ ເປັນຢ່າງດີ ສາມາດສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດກໍ່ຄືປະຊາຊົນປະເທດຕ່າງໆໃນ ໂລກ ນີ້, ມີຜົນດີຕໍ່ສັນຕິພາບ ສະຖຽນລະພາບ ແລະວັດທະນາຖາວອນຂອງພາກພື້ນແລະທົ່ວໂລກ. ຈີນ ແລະ ອາເມລິກາມີຜົນປະໂຫຍດຮ່ວມໃນຂົງເຂດກວ້າງຂວາງ, ຈຸດຮ່ວມກັນລະຫວ່າງສອງຝ່າຍ ຈະຫຼາຍ ກວ່າຄວາມຂັດແຍ້ງກັນລະຫວ່າງກັນ. ມະຫາສະໝຸດປາຊີຟິກທີ່ກວ້າງໄກສາມາດໃຫ້ຈີນອາເມລິກາ ແລະປະເທດອື່ນໆຮ່ວມກັນຢູ່ຕົວໄດ້. ສອງຝ່າຍຈີນ-ອາເມລິກາຄວນຍຶດຖືຫຼັກການທີ່ເຄົາລົບເຊິ່ງກັນ ແລະກັນ, ຮ່ວມມືແລະສ້າງຜົນປະໂຫຍດໃຫ້ແກ່ກັນ ເພື່ອຊຸກຍູ້ການພົວພັນລະຫວ່າງຈີນ-ອາເມລິກາ ຂະຫຍາຍຕົວໄປໜ້າ. ໃນຂະນະທີ່ມອງເຫັນຜົນປະໂຫຍດຮ່ວມກັນລະຫວ່າງສອງຝ່າຍ, ພວກເຮົາກໍ່ ບໍ່ຫຼີກລ້ຽງຄວາມຂັດແຍ້ງກັນທີ່ມີຢູ່ລະຫວ່າງກັນ. ໃນບັນຫາທີ່ກ່ຽວພັນກັບອະທິປະໄຕ ແລະຜືນ ແຜ່ນດິນອັນຄົບຖ້ວນຂອງຈີນ, ທ່າທີຂອງພວກເຮົາແມ່ນຈະແຈ້ງ ແລະເດັດດ່ຽວໜຽວແໜ້ນ ຄື: ຜືນແຜ່ນດິນທີ່ບັນພະບຸລຸດຈົ່ງໄວ້ໃຫ້ນັ້ນເສຍຫາຍບໍ່ໄດ່ແມ່ນແຕ່ນ້ອຍດຽວທໍ່ນັ້ນ, ສ່ວນສິ່ງຂອງຂອງ ຄົນອື່ນນັ້ນພວກເຮົາກໍ່ຈະບໍ່ເອົາໄປແມ່ນແຕ່ນ້ອຍດຽວ.

ທ່ານສີຈິ້ນຜິງກ່າວວ່າ, ການພົວພັນລະຫວ່າງສອງກອງທັບ ແມ່ນພາກສ່ວນປະກອບທີ່ສຳຄັນຂອງ ການພົວພັນລະຫວ່າງສອງປະເທດ. ໃນຫຼາຍປີມໍ່ໆມານີ້, ການພົວພັນລະຫວ່າງສອງກອງທັບໄດ້ຮັກສາ ທ່າອຽງທີ່ພັດທະນາເປັນຢ່າງດີ. ຄຳບູຮານຈີນກ່າວໄວ້ວ່າ: ແຕ່ໃດມາ ຜູ້ທີ່ຊຳນານໃນການສູ້ຮົບນັ້ນເປັນ ຄົນທີ່ບໍ່ມັກກໍ່ສົງຄາມ, ການທີ່ເພີ່ມທະວີການໄປມາຫາສູ່ກັນ ແລະການສ້າງເປັນກົນໄກທຸກລະດັບລະ ຫວ່າງສອງກອງທັບ ມີຜົນດີຕໍ່ການລົບລ້າງຄວາມລະແວງສົງໃສກັນ, ປ້ອງກັນບໍ່ໃຫ້ເກີດເຫດການເໜືອ ການຄາດຄິດຍ້ອນເຂົ້າໃຈຜິດກັນ ຫຼື ວົເຄາະຢ່າງຜິດພາດ. ຫວັງວ່າສອງກອງທັບເພີ່ມທະວີທຳ ຄວານ ເຂົ້າໃຈກັນ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ, ລົງເລິກການຮ່ວມມື,ຄວບຄຸມແລະປ້ອງກັນຄວາມສ່ຽງ, ເຮັດໃຫ້ການພົວພັນລະຫວ່າງສອງກອງທັບກາຍເປັນປັດໄຈທີ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດມີຄວາມໝັ້ນຄົງ.

ທ່ານມາດິສຂອບໃຈທ່ານສີຈິ້ນຜິງທີ່ໃຫ້ກຽດພົບປະ ໂດຍກ່າວວ່າ, ອາເມລິກາເອົາໃຈໃສ່ຢ່າງສູງ ຕໍ່ການພົວພັນລະຫວ່າງສອງປະເທດແລະສອງກອງທັບ, ການພົວພັນລະຫວ່າງສອງກອງທັບມີບົດບາດ ແລະຖານະທີ່ສຳຄັນທີ່ສຸດໃນການພົວພັນລະຫວ່າງສອງປະເທດ. ອາເມລິກາ ຍິນດີຖືຄວາມຮັບຮູ້ທີ່ ເປັນເອກະພາບກັນລະຫວ່າງປະມຸກລັດສອງປະເທດອາມເລິກາ-ຈີນເປັນການຊີ້ນຳນຳພາ, ເພີ່ມ ທະວີການແລກປ່ຽນດ້ານຍຸດທະສາດ, ເປີດກວ້າງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນ ປະໂຫຍດ, ຄວບຄຸມແລະປ້ອງກັນບໍ່ໃຫ້ເກີດຄວາມຂັດແຍ້ງກັນແລະຄວາມສ່ຽງ, ຫຼີກເວັ້ນບໍ່ໃຫ້ເກີດການປະທະ ກັນແລະເປັນປໍລະປັກກັນ,ເຮັດໃຫ້ການພົວພັນລະຫວ່າງສອງກອງທັບກາຍເປັນປັດໄຈທີ່ມີລັກສະນະສ້າງສັນໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ.

ທ່ານມາດິສໄດ້ຝາກຄຳຢື້ຢາມຖາມຂ່າວຂອງທ່ານປະທານາທິບໍດີ ໂດນັດ ທລຳທີ່ມີຕໍ່ທ່ານປະ ທານສີຈິ້ນຜິງ, ແລະທ່ານສີຈິ້ນຜິງກໍ່ໄດ້ຝາກຄຳຖາມຂ່າວໄປຍັງທ່ານທລຳໂດຍຜ່ານທ່ານມາດິສ.

ທ່ານເວີ້ຍເຟິ້ງເຫີ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ ເຂົ້າຮ່ວມການພົບປະ.