ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຄັ້ງ​ທີ 3 ຈັດ​ຂຶ້ນ​ຢູ່​ຮົງ​ກົງ

2018-06-29 16:01:26 |ມາຈາກ: CRI

ຂ່າວ​ສານ​ຊິນ​ຮ​ວາ​ລາຍ​ງານ​ວ່າ: ກອງ​ປະ​ຊຸ​ມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຄັ້ງ​ທີ 3 ໂດຍ​ມີ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແລະ​ອົງ​ການ​ພັດ​ທະ​ນາ​ການ​ຄ້າ​ຮົງ​ກົງຈີນຮ່ວມ​ກັນ​ເປັນ​ເຈົ້າ​ພາໄດ້​ຈັດ​ຂຶ້ນ​ຢູ່​ຮົງ​ກົງ​ໃນ​ວັນ​ທີ 28 ມິ​ຖຸ​ນາ​ນີ້ ເຊິ່ງ​ໄດ້​ດຶງ​ດູດປະ​ມານ 5000 ​ຄົນ​ຈາກ 55 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ​ເພື່ອ​ແນະ​ນຳ​ສະ​ພາບ​ການ​ພັດ​ທະ​ນາຫຼ້າ​ສຸດ​ຂອງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ໃໝ່​ທີ່​ຂໍ້​ລິ​ເລີ່ມ​ນີ້​ນຳ​ມາ​ສູ່​ຂະ​ແໜງ​ການ​ຕ່າງໆ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ຫົວ​ຂໍ້​ສະ​ເພາະຫຼາຍ​ຮອບ ເຊິ່ງກວມ​ເອົາຫຼາຍ​ຂົງ​ເຂດ​ເປັນ​ຕົ້ນ ການ​ລົງ​ທຶນ​ແລະ​ລະ​ດົມ​ທຶນ​​ໃນ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ,ວິ​ສະ​ວະ​ກຳ, ການ​​ທະ​ນາ​ຄານສີ​ຂຽວ,ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ,ການ​ບໍ​ລິ​ການ​ດ້ານ​ກົດ​ໝາຍ​ແລະ​ອື່ນໆ.