ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ຢ້ຽມ​ຢາມ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ສ້າງ​ສັນ​ເປັນ​ຢ່​າງ​ດີ

2018-06-29 16:03:44 |ມາຈາກ: CRI

ທ່ານ​ເຈັມ​ສ ມາ​ຕິ​ສ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຢ້ຽມ​ຢາມ​ຈີນ​ແຕ່​ວັນ​ທີ 26 ຫາ 28 ມິ​ຖຸ​ນາ​ນີ້. ທ່ານ​ອູ​ຊ່ຽນ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ກ່າວໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 28 ມິ​ຖຸ​ນາ​ນີ້​ວ່າ: ການ​ຢ້ຽມ​ຢາມ​ຂອງ​ທ່ານ​ມາ​ຕິ​ສ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ດີ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ. ນອກ​ນີ້, ທ່ານ​ຍັງ​ເປີດ​ເຜີຍ​ວ່າ ທ່ານ​ເວີ້ຍ​ເຟິ້ງ​ເຮີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຈະ​​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ໃນ​ປີ​ນີ້ຕາມ​ຄຳ​ເຊີນ​. ​ທ່ານ​ອູ​ຊ່ຽນ​ກ່າວ​ວ່າ:

“ໃນ​ໄລ​ຍະ​ການ​ຢ້ຽມ​ຢາມ​ເທື່ອ​ນີ້, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ມາ​ຕິ​ສ, ທ່ານ​ສວີ​ຊີ​ລ້ຽງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ​ຮອງປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູ​ນ​ກາງ​ຈີນ, ທ່ານ​ຢາງ​ເຈ​ສື ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ເວີ້ຍ​ເຟິ້ງ​ເຮີ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ຕ່າງ​ກໍ​ໄດ້​ພົບ​ປະ​ຫາ​ລື​ກັບ​ທ່ານ​ມາ​ຕິ​ສ. ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກ​ປ່ຽ​ນ​ຄວາມ​ເຫັນ​ກ່ຽວ​ກັບ​ ສະ​ຖາ​ນະ​ການ​ໃນ​ສາ​ກົນ​ແລະ​ພາກ​ພື້ນ, ການ​ພົວ​ພັນ​ສອງ​ປະ​ເທດ​ແລະ​ສອງກອງ​ທັບ​ກໍ​ຄືບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ​ເຊັ່ນ ແຫຼມ​ເກົາຫຼີ, ໄຕ້​ຫວັນ,ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ​ແລະ​ອື່ນໆ, ທັງ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ສຳ​ຄັນຫຼາຍ​ຢ່າງ​ເປັນ​ຕົ້ນ ເພີ່ມ​ທະ​ວີ​ການ​ໄປ​ມາ​ຫ​າ​ສູ່​ກັນ​ທຸກ​ຂັ້ນ​ຂອງ​ສອງກອງ​ທັບ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ທະ​ຫານ,ລົງ​ເລິ​ກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ໃນ​ບາດ​ກ້າວ​ຕໍ່​ໄປ​ແລະ​ອື່ນໆ​ເຊິ່ງການ​ຢ້ຽມ​ຢາມ​ຄັ້ງ​ນີ້​ໄດ້​ຮັບ​ຜົນ​ງານ​ທີ່​ດີ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ.”