ເລີ່ມແຕ່​ວັນ​ທີ 1 ກໍ​ລະ​ກົດນີ້​ເປັນ​ຕົ້ນ​ໄປ ຈີນ​ຈ​ະ​ຫຼຸດ​ພາ​ສີ​ນຳ​ເຂົ້າຂອງ​​ລົດ​ຍົນ ເຄື່ອງ​ບໍ​ລິ​ໂພກ​ປະ​ຈຳ​ວັນ ແລະ​ອື່ນໆ​ໃຫ້​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ

2018-07-02 16:15:56 |ມາຈາກ: CRI

ເລີ່ມແຕ່​ວັນ​ທີ 1 ກໍ​ລະ​ກົດ​ນີ້ເປັນ​ຕົ້ນ​ໄປ, ຈີນ​ຈ​ະ​ຫຼຸດ​ພາ​ສີ​ນຳ​ເຂົ້າ​ຂອງ​ຜະ​ລິດ​ຕະ​ພັນ​ຈຳ​ນວນ​ໜຶ່ງ ເຊັ່ນລົດ​ຍົນ​ແລະເຄື່ອງ​ບໍ​ລິ​ໂພກ​ປະ​ຈຳ​ວັນ​ເປັນ​ຕົ້ນໃຫ້​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ​. ຜູ້​ຊ່ຽວ​ຊານ​ກ່າວ​ວ່າ, ຫຼຸດ​ພາ​ສີ​ອາ​ກອນ ບໍ່​ພຽງ​ແຕ່​ເຮັ​ດ​ໃຫ້​ປະ​​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຫຼາຍກວ່າ​ເກົ່າ​ເທົ່າ​ນັ້ນ, ຍັງ​ສາ​ມາດ​ຊຸກ​ຍູ້​ວິ​ສາ​ຫະ​ກິດຫັນ​ປ່ຽນ​ຮູບ​ແບບ​ແລະ​ຍົກລະ​ດັບ​ການ​ຜະ​ລິດ​, ພ້ອ​ມ​ທັງ​ເຮັດ​ໃຫ້​ຕະ​ຫຼາດ​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເຊັ່ນ​ດຽວ​ກັນອີກ.

ນັບແຕ່​ວັນ​ທີ 1 ກໍ​ລະ​ກົດ​ປີ​ນີ້ເປັນ​ຕົ້ນ​ໄປ, ຈີນ​ຈ​ະ​ຫຼຸດ​ພາ​ສີ​ນຳ​ເຂົ້າ​ຂອງລົດ​ຍົນໃຫ້​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ ຄື​ຈາກ 25% ແລະ 20% ຫຼຸ​ດ​ລົງ​ເຖິງ 15%; ອັດ​ຕາ​ນຳເຂົ້າ​ຂອງ​ເຄື່ອງ​ອາ​ໄລ່​ລົດຫຼຸດ​ລົງ​ເປັນ 6% ​ເຊິ່ງ​ສະ​ເລ່ຍ​ແລ້ວ​ໄດ້ຫຼຸ​ດ​ລົງ 46%. ມື້​ດຽວ​ກັນ, ຈີນ​ຍັງ​ຈະ​ຫຼຸດ​ພາ​ສີນຳ​ເຂົ້າ​ຂອງ​ເຄື່ອງ​ບໍ​ລິ​ໂພກ​ປະ​ຈຳ​ວັນ​ໃຫ້​ໜ້ອຍ​ລົງ​ຢ່າງ​ຫຼວງ​ຫຼາຍ, ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທາງບໍ​ລິ​ໂພກແບບ​ມີ​ຫຼາຍ​ສີ​ສັນ​ຂອງ​ປະ​ຊາ​ຊົນ​ໃຫ້​ດີກວ່າ​ເກົ່າ​.

ກ່ອນ​ໜ້າ​ນີ້ ຈີນ​ເຄີຍ​ກ່າວຫຼາຍ​ເທື່ອ​ມາ​ແລ້ວ​ວ່າ, ຈະ​ເປີດ​ປະ​ຕູກວ້າງກວ່າ​ເກົ່າ,​ເຊິ່ງ​ບໍ່​ພຽງ​ແຕ່​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ, ຍັງ​ຈະ​ສ້າງ​ໂອ​ກາດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ອື່ນ​ໃນ​ໂລກ​ອີກ​ດ້ວຍ.