ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ​ດ້ານ​ການ​ປົກຄອງ​ດ້ວຍ​ກົດໝາຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຈັດ​ຂຶ້ນຢູ່​ປັກ​ກິ່ງ

2018-07-03 15:43:24 |ມາຈາກ: CRI

ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ສາກົນ​ດ້ານ​ການ​ປົກຄອງ​ດ້ວຍ​ກົດໝາຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ທີ່​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ສະມາຄົມ​ກົດໝາຍ​ຈີນ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ນັ້ນ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 2 ກໍລະກົດ​ນີ້.

ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ເຂົ້າຮ່ວມ​ພິທີ​ເປີດ​ປະ​ຊຸມ ​ແລະ ກ່າວ​ສຸນທອນພົດ; ທ່ານ​ຫວາງ​ເລີ້​ສວນ ປະທານ​ສະມາຄົມ​ກົດໝາຍ​ຈີນ ກ່າວ​ປາ​ໄສ.

ທ່ານ​ຫວາ​ງຢີ້ ກ່າວ​ວ່າ: ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ສະ​ເໜີຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຕະຫຼອດ 5 ປີຜ່ານມາ ການ​ຮ່ວມ​ມື​ໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ ​ແລະ ມີ​ຄວາມ​ຄືບ​ໜ້າ​ເກີນ​ຄາດໝາຍ ຈຶ່ງ​ໄດ້​ຮັບ​ຄວາມ​ຍິນ​ດີ​ຕ້ອນຮັບ​ທົ່ວ​ໄປຈາກ​ປະຊາ​ຄົມ​ໂລກ ​ເນື່ອງ​ຈາກ​ວ່າ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໄດ້​ຍຶດໝັ້ນຫຼັກການສະ​ເໝີ​ພາບ, ​ຍຶດໝັ້ນເປົ້າໝາຍການ​ຮ່ວ​ມມື​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ຖື​ເອົາ​ການ​​ເປີດປະຕູ-ກວມ​ລວມ​ເປັນ​ຈຸດປະສົງ, ຍຶດໝັ້ນການ​ເຊື່ອມ​ຕໍ່​ການ​ພັດທະນາ ທັງ​ຖື​ເອົາ​ກົດ​ລະບຽບ-ການ​ປົກຄອງ​ດ້ວຍ​ກົດໝາຍ​ເປັນ​ພື້ນຖານ. ພວກ​​ເຮົາ​ເຫັນ​ວ່າ ກົດ​ລະບຽບ-ການ​ປົກຄອງດ້ວຍ​ກົດໝາຍ​​ເໝືອນ​ດັ່ງໜັງສື​ເດີນທາງ​ກ້າວ​ໄປ​ສູ່​ໂລກ​ຂອງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ທັງ​ເປັນວາວ​ນີລະ​ໄພ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ຄວາມ​ສ່ຽງ​ອີກ​ດ້ວຍ. ພວກ​ເຮົາ​ຕ້ອງ​ຊຸກຍູ້​ການ​ເຊື່ອມ​ຈອດ​ພື້ນຖານ​ໂຄງ​ລ່າງ​ ​ທັງ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ກົດ​ລະບຽບ​ແລະມາດຕະຖານອີກ​ດ້ວຍໃນ​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ປັບປຸງລະບົບ​ຮັບປະກັນ​ການ​ປົກຄອງ​ດ້ວຍ​ກົດໝາຍ ​ແລະ ລົງ​ເລິກການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ສາກົນ​ດ້ານ​ການ​ປົກຄອງ​ດ້ວຍ​ກົດໝາຍ​ໃນ​ຂອບ​ດັ່ງກ່າວ. ຈີນ​ຈະອອກທຶນ​ເພື່ອ​ດຳ​ເນີນ​ໂຄງການ​ສຶກສາຄົ້ນຄວ້າ​ການ​ຮ່ວມ​ມື​ດ້ານ​ການ​ປົກຄອງ​ດ້ວຍ​ກົດໝາຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ເພື່ອ ສະໜັບສະໜູນປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໃນ​ການ​ສ້າງ​ຄວາມ​ສາມາດ​ດ້ານ​ການ​ປົກຄອງ​ດ້ວຍ​ກົດໝາຍ ​ແລະ ການ​ອົບຮົມ​ສ້າງ​ບຸກຄະລາ​ກອນ​ດ້ານ​ກົດໝາຍ​ສາກົນ.