ກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປີ 2018 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

2018-07-04 15:31:08 |ມາຈາກ: Yunnan Gateway

ກອງປະຊຸມສຸດຍອດສື່ມວນຊົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງປີ 2018 ໄດ້ຈັດຂຶ້ນໃນວັນທີ 2 ທີ່ນະຄອນຫຼວງວຽງຈັນ.ຜູ້ຕາງໜ້າຂອງລັດຖະກອນ ສື່ມວນຊົນແລະວິສາຫະກິດທີ່ມາຈາກປະເທດຈີນ,ລາວ,ກຳປູເຈຍ,ໄທ,ມຽນມາແລະຫວຽດນາມທັງໝົດ 6 ປະເທດໄດ້ໂອລົມເຈລະຈາກ່ຽວກັບຫົວຂໍ້“ການເຊື່ອມໂຍງຈິດໃຈຂອງປະຊາຊົນແລະສ້າງສາຊາຕາກຳຮ່ວມກັນ”,ເຊິ່ງໄດ້ສະເໜີຄວາມຄິດຄວາມເຫັນແລະນະໂຍບາຍຮ່ວມກັນຂອງການຮວ່ມມືຂອງສື່ມວນຊົນ, ຊູກຍູ້ການເຊື່ອມໂຍງຈິດໃຈຂອງປະຊາຊົນໃນຂົງເຂດປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງແລະສົ່ງເສີມບົດບາດການເປັນສູນກາງເຊື່ອມໂຍງກັນຂອງສື່ມວນຊົນ,ແລະພິຈາລະນາການພັດທະນາຮ່ວມກັນ.