ເວທີ​ປຶກສາ​ຫາລື​ສາກົນ​ການ​ຮ່ວມ​ມື​ດ້ານ​ການ​ປົກຄອງ​ດ້ວ​ຍກົດໝາຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”ອອກ​ຖະ​ແຫຼງການ

2018-07-04 15:39:10 |ມາຈາກ: CRI

ເວທີ​ປຶກສາ​ຫາລື​ສາກົນ​ການ​ຮ່ວມ​ມື​ດ້ານ​ການ​ປົກຄອງ​ດ້ວ​ຍກົດໝາຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 2-3 ກໍລະກົດ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງ ​ໂດຍມີ​ເຈົ້າໜ້າ​ທີ່​ລັດຖະບານ​ປະ​ເທດ​ເຂົ້າຮ່ວມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ຜູ້​ແທນ​ອົງການ​ຈັດຕັ້ງສາກົນ, ຜູ້​ຊ່ຽວຊານ-ນັກວິຊາການພາຍ​ໃນ​ແລະ​ຕ່າງປະ​ເທດ ​ແລະ​ແຂກ​ຖືກ​ເຊີນ​ທັງ​ໝົດ 350 ກວ່າ​ທ່ານ​ເຂົ້າຮ່ວມ.

ທ່ານ​ຂົງສວນ​ໂຢ້​ວ ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ທ່ານ​ເສີນ​ຈີ້​ຜິ​ງ ຮອງ​ປະທານ​ສະມາຄົມ​ກົດໝາຍ​ຈີນ ​ໄດ້​ເປັນ​ປະທານ​ຮ່ວມຂອງ​ກອງ​ປະຊຸມ ​ແລະ ຫຼັງສຳ​ເລັດ​ກອງ​ປະຊຸມ​ກໍ​ໄດ້​ອອກ​ຖະ​ແຫຼງການ​ປະທານ​ຮ່ວມ​ເວທີ​ປຶກສາ​ຫາລື​ສາກົນ​ການ​ຮ່ວມ​ມື​ດ້ານ​ການ​ປົກຄອງ​ດ້ວຍ​ກົດໝາຍ“ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”​ເຊິ່ງຖື​ວ່າ​ເປັນ​ຜົນ​ສຳ​ເລັດສຳ​ຄັນ​ຂອງ​ກອງ​ປະຊຸມ.

ຖະ​ແຫຼງການ​ລະບຸ​ວ່າ: ຈະ​ຕ້ອງ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ປົກຄອງ​ດ້ວຍ​ກົດໝາຍ​ບົນ​ພື້ນຖານ​ປຶກສາ​ຫາລື​​ກັນ, ກໍ່ສ້າງຮ່ວມ​ກັນ​ ​ແລະຊົມ​ໃຊ້​ຮ່ວມ​ກັນ, ສ້າງ​ພື້ນຖານ​ການ​ປົກຄອງ​ດ້ວຍ​ກົດໝາຍ​ໃຫ້​ແກ່“ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”; ຕ້ອງ​ເຄົາລົບ​ແລະ​ປັບປຸງ​ລະບົບ​ກະຕິ​ກາ​ສາກົນ​ທີ່​ກ່ຽວຂ້ອງ​ໃຫ້​ສົມບູນ, ຊຸກຍູ້​ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື​ດ້ານ​ກົດໝາຍ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ການ​ຄ້າ, ການ​ລົງທຶນ, ການ​ເງິນ, ສ່ວຍ​ສາ​ອາກອນ, ຊັບ​ສິນ​ທາງ​ປັນຍາ ​ແລະ ການອະນຸລັກ​ສິ່ງ​ແວດ​ລ້ອມ ​ເພື່ອ​ສ້າງ​ກະຕິ​ກາແລະ​ຂອບ​ລະບຽບກ​ານທີ່​ໝັ້ນທ່ຽງ, ທ່ຽງ​ທຳ, ​ໂປ່​ງ​ໃສ ​ແລະ​ບໍ່ສ້າງ​ການຈຳ​ແນ​ກ​ ໃຫ້​ແກ່“ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”; ຕ້ອງຕັ້ງໜ້າ​ປ້ອງ​ກັນ​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທີ່​ກ່ຽວຂ້ອງ​ດ້ານ​ການ​ຄ້າ, ການ​ລົງທຶນ​ ແລະ​ອື່ນໆ​ໃຫ້​ເໝາະ​ສົມ ລວມທັງ​ການ​ນຳ​ໃຊ້​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງທີ່​ມີ​ຢູ່​ໃນ​ປັດຈຸບັນ ​ແລະ ຄົ້ນຄວ້າ​ສ້າງ​ກົນ​ໄກ​ໃໝ່ ​ເພື່ອສ້າງ​ສະພາບ​ແວດ​ລ້ອມ​ທຸລະ​ກິດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ​ແລະ​ມີ​ຄວາມ​ໝັ້ນທ່ຽງ, ຍຸຕິ​ທຳ, ​ໂປ່​ງ​ໃສ ​ແລະ ສາມາດ​ຄາດ​ການ​ໄດ້; ຕ້ອງ​ລົງ​ເລິກ​ການ​ແລກປ່ຽນ​ດ້ານ​ການ​ປົກຄອງ​ດ້ວຍ​ກົດໝາຍ​ໃນ​ຂອບ“ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ລະບຽບ​ກົດໝາຍ, ວັດທະນະທຳ​ກົດໝາຍ, ກົດໝາຍ​ສຶກສາ​ ​ແລະ ການ​ບໍລິການ​ດ້ານ​ກົດໝາຍ, ​ເພີ່ມ​ທະວີ​ການ​ສ້າງ​ກົນ​ໄກ​​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ແລະ​ການ​ປະຕິບັດ​ຕົວ​ຈິງ​ດ້ານ​ກົດໝາຍ ພ້ອມ​ທັງ​ຊຸກຍູ້​ການ​ສ້າງ​ຄວາມ​ສາມາດ​ແລະ​ການ​ອົບຮົມ​ສ້າງ​ບຸກຄະລາ​ກອນ​ດ້ານ​ການ​ປົກຄອງ​ດ້ວຍ​ກົດໝາຍ.