ການປັບປຸງເຂດບໍລິການຂອງທາງດ່ວນແຂວງຢຸນນານໄດ້ຮັບຜົນສຳເລັດ

2018-07-05 11:26:53 |ມາຈາກ: Yunnan Gateway

ຕັ້ງແຕ່ເດືອນເມສາ ປີ 2017 ເປັນຕົ້ນມາ,ແຂວງຢຸນນານໄດ້ດຳເນີນການປັບປຸງແລະຍົກລະດັບຕໍ່ເຂດບໍລິການທາງດ່ວນຈຳນວນ 271 ແຫ່ງ, ປັດຈຸບັນມາເຖິງຂັ້ນຕອນໄດ້ຮັບຜົນສຳເລັດແລ້ວ.

ສະມາຊິກຫນ່ວຍພັກກອມມູນິດຈີນພະແນກຄົມມະນາຄົມແລະຂົນສົ່ງ ຮອງຫົວໜ້າພະແນກແຂວງຢຸນນານ ທ່ານໝ້າເຕີຟ່າງ ແນະນຳວ່າ,ມາເຖິງວັນທີ 30 ເດືອນມິຖຸນາ ຂອງປີ 2018,ແຕ່ລະອົງການບໍລິຫານທຸລະກິດຂອງເຂດບໍລິການທາງດ່ວນແຂວງຢຸນນານໄດ້ລົງທຶນເງິນທຶນທັງໝົດ 6,1 ຕື້ຢວນ,ໄດ້ດຳເນີນການປັບປຸງແລະຍົກລະດັບຕໍ່ເຂດບໍລິການທາງດ່ວນຈຳນວນ 165 ແຫ່ງ,ໃນນັ້ນ,ໄດ້ບູລະນະໂຄງລ່າງພື້ນຖານໃຫ້ສົມບູນຈຳນວນ 165 ແຫ່ງ,ກໍ່ສ້າງໃໝ່ແລະປັບປຸງຂະຫຍາຍການກໍ່ສ້າງຈຳນວນ 106 ແຫ່ງ.