ນາ​ຍົກ​ຈີນ​ເດີນ​ທາງ​ຢ້ຽມ​ຢາມ​ບຸນ​ກາ​ລີ​ແລະ​ເຢຍ​ລະ​ມັນ

2018-07-06 10:12:50 |ມາຈາກ: CRI

ດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ ບອຍ​ໂຄ ໂບ​ຣິ​ຊ​ອ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ບຸນ​ກາ​ລີ ແລະ ທ່ານ​ນາງ ແອງ​ເກວ​ລາ ເມີ​ແຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ອອກ​ເດີນ​ທາງ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ໂດຍ​ເຮືອ​ບິນ​ພິ​ເສດໃນ​ຕອນ​ເຊົ້າວັນ​ທີ 5 ກໍ​ລະ​ກົດ​ນີ້ ເພື່ອ​ຢ້ຽມ​ຢາມ​ບຸນ​ກາ​ລີ​ຢ່າງ​ເປັນ​ທາງ​ການ ແລະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ຈີນ-ປະ​ເທດ​ເອີ​ຣົບ​ກາງ​ເອີ​ຣົບ​ຕາ​ເວັນ​ອອກ​ຄັ້ງ​ທີ 7, ຈາກນັ້ນ ທ່ານ​ຈະ​ເດີນ​ທາງ​ໄປ​ເຢຍ​ລະ​ມັນ​ເພື່ອ​ເປັນ​ປະ​ທານ​ຮ່ວມ​ຂອງກອ​ງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ-ເຢຍ​ລະ​ມັນ​ຄັ້ງ​ທີ 5 ແລະ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ.

ທ່ານ​ນາງ ເຊີງ​ຮົງ ພັນ​ລະ​ຍາ​ຂອງ​ທ່ານ ຫຼີ​ເຄີ້​ສຽງ, ທ່ານ ຊ່ຽວ​ເຈຍ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ລັດ​ຖະ​ບານ​ຈີນ, ທ່ານ ເຮີ​ລີ້​ເຟິ່ງ ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອ​ງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ ໄດ້​ຮ່ວມ​ເດີນ​ທາງ​ກັບ​ທ່ານ ຫຼີ​ເຄີ້​ສຽງ ໄປ​ຢ້ຽມ​ຢາມ​​ປະ​ເທດ​ເຫຼົ່າ​ນັ້ນ​ເຊັ່ນດຽວ​ກັນ.