ຂະແໜງການປ່າໄມ້ທາງນິເວດຊ່ວຍເຫຼືອຊາວນາຫຼຸດພົ້ນອອກຈາກຄວາມທຸກຍາກ

2018-07-09 15:36:48 |ມາຈາກ: Yunnan Gateway

ກິ່ງແຂວງປົກຄອງຕົນເອງເຜົ່າຮຸຍເຜົ່າຢີ ເວີຍຊ່ານ ແຂວງຢຸນນານ ໄດ້ຊຸກຍູ້ການຊ່ວຍເຫຼືອຄວາມທຸກຍາກຢ່າງລະອຽດຮອບດ້ານ,ໃນລະຫວ່າງປີ 2015-2017,ໄດ້ນຳໃຊ້ເງິນທຶນຈຳນວນ 141,64ລ້ານຢວນເພື່ອດຳເນີນການຊ່ວຍເຫຼືອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ,ແລະໄດ້ພັດທະນາຂະແໜງການປ່າໄມ້ທາງນິເວດຢ່າງຫ້າວຫັນ,ເຊິ່ງໄດ້ເຮັດໃຫ້ຄອບຄົວຜູ້ທຸກຍາກໃນເຂດທ້ອງຖິ່ນມີລາຍຮັບເພີ່ມຂຶ້ນແລະຮັ່ງມີສີສຸກ. ປີກາຍນີ້,ຍອດມູນຄ່າຜະລິດຕະພັນຂອງຂະແໜງການປ່າໄມ້ທົ່ວເມືອງໄດ້ເຖິງ 1,4 ຕື້ຢວນ,ລາຍໄດ້ຂອງຊາວກະສິກອນສະເລ່ຍຕໍ່ຫົວຄົນ 3000 ກວ່າຢວນ.