ຈັດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຄັ້ງ​ທຳ​ອິດ​ຢູ່​ນະ​ຄອນ​ຫັງ​ໂຈ່ວ

2018-07-09 15:41:44 |ມາຈາກ: CRI

ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ສອງ​ຝັ່ງ​ຊ່ອງ​ແຄບໄຕ້​ຫວັນ​ຄັ້ງ​ທຳ​ອິດ​ທີ່​ອົງ​ການກອງ​ທຶນ​ການ​ສຶກ​ສາ​ສັນ​ຕິ​ພາບ​ຊິ່ງ​ຢ້ຽນ​ຈົ່ງ​ຮ​ວາ​ໄຕ້​ຫວັນ​ແລະອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມທີ່​ກ່ຽວ​ຂ້ອງ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ຮ່ວມ​ກັນ​ເປັນ​ເຈົ້​າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫັງໂຈ່ວ​ໃນ​ວັນ​ທີ 8 ກໍ​ລະ​ກົດ​ນີ້.​

ຫົວ​ຂໍ້ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ແມ່ນ “ຮ່ວມ​ມື​ກັນສ້າງ​ຍຸກ​ໃໝ່”,ເພື່ອ​ສ້າງ​ເວ​ທີ​ແຫ່ງ​ການ​ແລກ​ປ່ຽນ​ໃຫ້​ແກ່​ຊາວ​ໜຸ່ມ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ. ໃນ​ເວ​ທີ​ປຶກ​ສາ​ຫາ​ລື, ແຂກ​ຜູ້​ມີ​ກຽດ​ຈາກ​ສອງ​ຝັ່ງ​ຊ່ອງ​ແຄບ 8 ທ່ານ​ໄດ້​ກ່າວ​ປາ​ໄສ​ທີ່​ສຳ​ຄັນ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຊາວ​ໜຸ່ມ​ແລະ​ຍຸກ​ໃໝ່​ຂອງ​ສອງ​ຝັ່ງ​ຊ່ອງ​ແຄ​ບ​ໄຕ້​ຫວັນ, ວິ​ໄສ​ທັດແລະ​ຊ່ອງ​ທາງຂອງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ. ຊາວ​ໜຸ່ມ​ຈາກ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ 500 ກວ່າຄົນໄດ້​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື,ພ້ອມ​ທັງ​ຈະ​ທັດ​ສະ​ນະ​ຢ້ຽມ​ຢາມ​ເມືອງ​ເຈ່ຍ​ຊິ່ງ,ເມືອງ​ຫູ​ໂຈ່ວ,ເມືອງ​ຊ້າວ​ຊິ່ງ​ແລ​ະ​ອື່ນໆ​ໂດຍ​ແບ່ງ​ເປັນ​ຈຸ​ຫຼັງ​ຈາກ​ສິ້ນ​ສຸດ​ເວ​ທີ​ປຶກ​ສາ​ຫາ​ລືແລ້ວ.