ຈີນ​ຕອບ​ໂຕ້​ອາ​ເມ​ຣິ​ກາ​ທີ່​ຕຳ​ໜິ​ຈີນ​ເຮັດ​ການ​ຄ້າ​ບໍ່​ຍຸດ​ຕິ​ທຳ​ໃນ​ໄລ​ຍະ​​ຜ່ານມາ​ນີ້

2018-07-18 16:01:52 |ມາຈາກ: CRI

​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້​, ທ່ານ​ນາງ​ຮ​ວ້າ​​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວຕອບ​ໂຕ້​ອາ​ເມ​​ຣິ​ກາ​ທີ່ອອກ​ຖະ​ແຫຼງການ​ວ່າ​ດ້ວຍ​ການ​ກວດ​ກາ​ຕາມ​ມາດ​ຕາ 301 ໂດຍ​ມີ​ເນື້ອ​ໃນ​ຕຳ​ໜິ​ຈີນ​ເຮັດ​ການ​ຄ້າ​ບໍ່​ຍຸ​ຕິ​ທຳ​ໃນ​ໄລ​ຍະ​​ຜ່ານມາ​ນີ້. ທ່ານ​ນາງ​ຮ​ວ້າ​​ຊຸ່ນ​ຢິງ​ຊີ້​ໃຫ້​ເຫັນ​ວ່າ: ຄຳ​ຕຳ​ໜິ​​ທີ່ກ່ຽວ​ຂ້ອງ​ກັບ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ເປັນ​ການ​ບິດ​ເບື້ອນ​ຄວາມ​ຈິງ​ທັງ​ໝົດ ແລະ​ບໍ່​ມີ​ຫຼັກ​ອ້າງ​ອີງ​ແຕ່​ຢ່າງ​ໃດ. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຖ້ອຍ​ຄຳ​ຂອງອາ​ເມ​ລິ​ກາ​ທີ່​ວ່າ ຈີນ​ໄດ້ປຽບ​ແຕ່​ອາ​ເມ​​ຣິກາ​ເສຍ​ປຽບ​ນັ້ນ, ​ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​ໄດ້​ຕັ້ງ​ຄຳ​ຖາມ​ຄືນ​ອາ​ເມ​ຣິ​ກາ 3 ຂໍ້​ຄື ໜຶ່ງ, ໃຜໆ​ກໍ​ຮູ້​ແລ້ວ​ວ່າ, ອາ​ເມ​ຣິກາ​ເປັນ​ປະ​ເທດ​ສຳ​ຄັນ​ໃນ​ການ​ສ້າງ​ກົດ​ລະ​ບຽບ​ການ​ຄ້າ​ໂລກ, ເງິນ​ໂດ​ລາ​ສະ​ຫະ​ລັດ​ເປັນ​ເງິນ​ຕາ​ຊຳ​ລະ​ສະ​ສາງ​ຕົ້ນ​ຕໍ​ໃນ​ການ​ຄ້າ​ສາ​ກົນ, ສ່ວນ​ຈີນ​ເປັນ​ຜູ້​ມາ​ລຸນຫຼັງ​ໃນ​ການ​ຄ້າ​ສາ​ກົນ​ແລະ​ເປັນ​ຜູ້​ຮັບ​ເອົາ​ກົດ​ລະ​ບຽບ​ອົງ​ການ​ການ​ຄ້າ​ໂລກ. ມີ​ໃຜ​ເຊື່ອ​ບໍ່​ວ່າ ຜູ້​​ທີ່ສ້າງ​ກົດ​ລະ​ບຽບ​ຂຶ້ນ​ມາ​ນັ້ນ​ໄດ້ສ້າງ​ກົດ​ລະ​ບຽບ​ ​ເພື່ອ​ຫາ​ຜົນ​ປະ​ໂຫຍດ​ໃຫ້​ຜູ້​ອື່ນ​ແຕ່​ບໍ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ຕົນ​ເອງ? ສອງ,ໃນ​ຕະຫຼອດ​ໄລ​ຍະ 40 ປີ​ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 230 ເທົ່າ, ຄັນ​ຊັ້ນ, ອາ​ເມ​ຣິ​ກາ​ໄດ້​ເຮັດ​ການ​ຄ້າ​ກັບ​ຈີນ​ແບບ​ເສຍ​ປຽບ​ໃນ​ຕະຫຼອດ​ໄລ​ຍະ 40 ປີ​ມາ​ນີ້​ຊັ້ນຫວາ? ສາມ, ທຸກ​ມື້​ນີ້, ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ 120 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ, ເປັນ​ຕະຫຼາດ​ສົ່ງ​ອອກ​ສຳ​ຄັນ​ທີ່​ຂະ​ຫຍາຍ​ຕົວ​ໄວ​ທີ່​ສຸດ​ໃນ​ໂລກ, ປີ2017​ຜ່ານ​ມາ, ຈີນ​ໄດ້ດຶງ​ດູດ​ທຶນ​ຕ່າງ​ປະ​ເທດຫຼາຍ​ເປັນ​ອັນ​ດັບ​ສອງ​ຂອງໂລກ. ຄັນ​ຊັ້ນ​ມີ​ປະ​ເທດ​ຈຳ​ນວນຫຼາຍ​ປານ​ນີ້​ຕ່າງ​ກໍ​ກຳ​ລັງ​ແລະ​ສືບ​ຕໍ່​ເຮັດ​ການ​ຄ້າ​ກັບ​ຈີນ​ແບບ​ເສຍ​ປຽບ​ຊັ້ນ​ຫວາ?

​ທ່ານ​ນາງ​ຮ​ວ້າຊຸ່ນ​ຢິງ​ຊີ້​ໃຫ້​ເຫັນ​ວ່າ: ການ​ຄ້າ​ບໍ່​ກ້ຳ​ເກິ່ງ​ກັນ​ບໍ່​ໄດ້​ໝາຍ​ເຖິງ​ຄວາມ​ບໍ່​ຍຸ​ຕິ​ທຳ. ​ຖ້າ​ຢາກ​ມີ​ຄວາມຍຸ​ຕິ​ທຳ​ກໍ​ຕ້ອງ​ໃຫ້​ທຸກ​ຝ່າຍ​ປຶກ​ສາ​ຫາ​ລື​ຢ່າງ​ສະ​ເໝີ​ພາບ​ກັນ​ເພື່ອ​ສ້າງ​ກົດ​ລະ​ບຽບ​ສາ​ກົນ, ຫາກ​ບໍ່​ແມ່ນຕັດ​ສິນ​ດ້ວຍ​ຕົນ​ເອງ​ໂດຍ​ບໍ່​​ຫົວ​ຊາ​ຕໍ່​ຄວາມ​ເຫັນ​ຂອງ​ຜູ້​ອື່ນ ແລ້ວ​ສ້າງ​ມາດ​ຕະ​ຖານ​ອີງ​ຕາມ​ຜົນ​ປະ​ໂຫຍດ​ຕົນ​ເອງ ຍິ່ງ​ໄປ​ກວ່າ​ນັ້ນ​ກໍ​ຄື​ນຳ​ເອົາ​ການ​ທຳ​ລາຍ​ຄວາມ​ຍຸ​ຕິ​ທຳ​ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ອື່ນ​ເປັນ​ຄ່າ​ຕອບ​ແທນ​ເພື່ອ​ແລກ​ເອົາ​ຜົນ​ປະ​ໂຫຍດໃຫ້​ແກ່​ຕົນ​ເອງຫຼາຍ​ທີ່​ສຸດ.