ທິມແພດກອງທັບປົດປ່ອຍປະຊາຊົນຈີນເດີນທາງຮອດເຂດໄພພິບັດເຂື່ອນແຕກພາກໃຕ້ຂອງປະເທດລາວ

2018-07-27 16:10:48 |ມາຈາກ: Yunnan Gateway

ຕາມເວລາທ້ອງຖິ່ນໃນ 11 ໂມງຕອນເຊົ້າວັນທີ 26,ທີມຍ່ອຍປ້ອງກັນໂລກຂອງທີິມແພດ“ຂະບວນລົດສັນຕິພາບ”ກອງທັບປົດປ່ອຍປະຊາຊົນຈີນໄດ້ຂີ່ຍົນຂອງຝ່າຍລາວເດີນທາງຮອດສະຖານທີ່ບັນຊາການກູ້ໄພຂອງອຸປະຕິເຫດເຂື່ອນແຕກທີ່ເມືອງສະໜາມໄຊແຂວງອັດຕະປືແລະສະຖານທີ່ຫລົບໄພ.

ໂດຍໄດ້ຮັບຮູ້ວ່າ,ທິມ ແພດດັ່ງກ່າວແມ່ນຮັບການເຊື້ອເຊີນຈາກກະຊວງປ້ອງກັນປະເທດລາວ,ແລະເປັນທິມກູ້ໄພກອງທັບຕ່າງປະເທດທີມທຳອິດທີ່ຮອດເຂດໄພພິບັດ.ຫຼັງຈາກທີ່ທີມແພດຮອດແລ້ວ,ກໍໄດ້ຮັບຊາບໜ້າທີ່ການກູ້ໄພ,ຮັບຊາບສະພາບການຄວາມເສຍຫາຍແລະສະພາບການປິ່ນປົວຄົນເຈັບກັບກະຊວງສາທາລະນະສຸກ ພະແນກສາທາລະນະສຸກແລະອົງການສາທາລະນະສຸກທ້ອງຖິ່ນໃນທັນທີ.

ໂດຍໄດ້ຮັບຮູ້ວ່າ,ທີມແພດກອງທະຫານປົດປ່ອຍປະຊາຊົນຈີນໄດ້ນຳເຄື່ອງອຸປະກອນສາມຢ່າງທີ່ໃຊ້ໃນການຝຶກຊ້ອມທະຫານຮ່ວມມືກອບກູ້ໄພທາງການແພດມະນຸດສະທຳເຊິ່ງປະກອບມີ:ເຕັ້ນການແພດ,ລົດພະຍາບານທີ່ເຄື່ອນທີ່ດ້ວຍຄວາມໄວສູງ, ລົດປ້ອງກັນໂລກແລະສາທາລະນະສຸກແລະອື່ນໆ,ຍັງໄດ້ນຳເຄື່ອງມືອຸປະກອນການແພດແລະຢາປິ່ນປົວສຸກເສີນອື່ນໆ.ຕາມການຈັດສັນຂອງຝ່າຍປະເທດລາວ,ທິມແພດຂອງຈີນດັ່ງກ່າວຖືກແຕ່ງຕັ້ງຢູ່ໃນໂຮງໝໍເມືອງສະໜາມໄຊ,ຊ່ວຍເຫຼືອແພດຝ່າຍລາວດຳເນີນວຽກງານການປິ່ນປົວ,ພ້ອມກັນນັ້ນຍັງໄດ້ແຕ່ງຕັ້ງທີມແພດແລະທີມປ້ອງກັນໂລກໄປຍັງສະຖານທີ່ຜູ້ປະສົບໄພເພື່ອດຳເນີນວຽກງານລາດຕະເວນປິ່ນປົວແລະວຽກງານປ້ອງກັນໂລກ.