ເ​ລີ່​ມຕົ້ນສັບປະດາ​ແລກປ່ຽນ​ການ​ສຶກສາ​ຈີນ-ອາ​ຊຽນຄັ້ງທີ 11

2018-07-27 16:50:12 |ມາຈາກ: CRI

ພິທີ​ເປີດ​ສັບປະດາ​ແລກປ່ຽນ​ການ​ສຶກສາ​ຈີນ-ອາ​ຊຽນຄັ້ງທີ 11 ​ໄດ້​ຈັດ​ຂຶ້ນຢູ່​ເຂດ​ພັດທະນາ​ໃໝ່ກຸ້ຍອ່ານ ​ແຂວງ​ກຸ້ຍ​ໂຈ່​ວ ສປ ຈີນ ​ໃນ​ວັນ​ທີ 26 ກໍລະ​ກົດ​ນີ້ ​ໂດຍ​ມີຜູ້​ຊ່ຽວຊານ, ນັກວິຊາ​ການ, ນັກ​ສຶກສາ​ປະ​ເທດ​ອາ​ຊຽນທີ່​ສຶກສາ​ຕໍ່​ຢູ່​ຈີນ ​ແລະ ແຂ​ກຮັບ​ເຊີນຈາກ​ຈີນ, ລາວ, ​ໄທ, ມຽນມາ ​ແລະ ສິງກະ​ໂປ​ເປັນຕົ້ນທັງ​ໝົດ 1.000 ກວ່າ​ຄົນ​ເ​ຂົ້າຮ່ວມ.

ສັບ​ປາ​ດາ​ແລກປ່ຽນ​ຄັ້ງນີ້​ມີ​ຂົວ​ຂໍ້​ວ່າ “ຈຸດ​ເລີ່​ມຕົ້ນ​ໃໝ່​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ອະນາຄົດ​ແຫ່ງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ”, ​ໃນ​ພິທີ​ດັ່ງກ່າວ​ໄດ້​ເປີດ​ນຳ​ໃຊ້​ບິ​ກດາ​ຕາ​ການ​ຮ່ວມ​ມື​ສາກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ໂດຍ​ຖືກ​ຂະໜານ​ນາມ​ວ່າ​ເປັນ “​ເສັ້ນທາງ​ສາຍ​ໄໝ​ເທິງ​ບິ​ກດາ​ຕາ” ທັງ​ເປີດ​ປ້າຍ​ສ້າງຕັ້ງສະ​ຖາ​ບັນ​ວັດທະນະທຳ​ອາ​ຊຽນ ມະຫາວິທະຍາ​ໄລ​ຊົນ​ເຜົ່າ​ກຸ້ຍ​ໂຈ່​ວ ​ແລະ ສະຫະພັນ​ການ​ສຶກສາ​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ອາລີ​ບາ​ບາ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ສັບ​ປະດາ​ແລກປ່ຽນ​ການ​ສຶກສາ​ຈີນ-ອາ​ຊຽນ​ໄດ້​ເລີ່​ມສ້າງຕັ້ງຂຶ້ນ​ເມື່ອ​ປີ 2008 ​​ໂດຍໄດ້​ສ້າງ​ເວທີ​ອັນ​ກວ້າງ​ໃຫຍ່​ໃຫ້​ແກ່​ການ​ແລກປ່ຽນ​ດ້ານ​ການ​ສຶກສາ​ແລະ​ວັດທະນະທຳ​ລະຫວ່າງ​ຈີນ-ອາ​ຊຽນ ​ແລະ ຊຸກຍູ້​ການ​ແລກປ່ຽນ​ດ້ານ​ບຸກຄະນລາກ​ອນ​ແລະ​ການ​ຊົມ​ໃຊ້ຊັບພະຍາກອນ​ມະນຸດ​ຮ່ວມ​ກັນ​ລະຫວ່າງ​ຈີນ​ແລະ​ອາ​ຊຽນ.