ປະເທດລາວຢັ້ງຢືນເຫດການເຂື່ອນແຕກໄດ້ເຮັດໃຫ້ມີຄົນເສຍຊີວິດ 8 ຄົນ ແລະ ສູນຫາຍ123 ຄົນ

2018-07-30 15:54:56 |ມາຈາກ: Yunnan Gateway

ໃນວັນທີ 28 ເດືອນ ກໍລະກົດ,ຮອງຫົວໜ້າກົມໃຫຍ່ເສນາທິການກະຊວງປ້ອງກັນປະເທດລາວ ,ຜູ້ບັນຊາການໃຫຍ່ຂອງການກູ້ໄພເຫດການເຂື່ອນແຕກ ທ່ານ ຄຳລຽງ ອຸທະໄກສອນ(ທາງກາງ)ໄດ້ຖະແຫຼງຢູ່ໃນກອງປະຊຸມຖະແຫຼງຂ່າວສະພາບການກູ້ໄພທີ່ເມືອງສະໜາມໄຊວ່າ,ຈົນຮອດຕອນຄໍ່າຂອງວັນທີ 28,ກຳລັງກູ້ໄພໃນເຫດການເຂື່ອນແຕກໄດ້ຄົ້ນພົບສົບຂອງຜູ້ເສຍຊີວິດ 8 ຄົນ,ຍັງມີອີກ 123 ຄົນສູນຫາຍ.ເຂື່ອນຍ່ອຍຂອງໂຄງການເຊປຽນ-ເຊນ້ຳນ້ອຍທີ່ພາກໃຕ້ຂອງປະເທດລາວເກີດເຫດການເຂື່ອນແຕກໃນຕອນຄໍ່າຂອງວັນທີ 23,ນໍ້າໄດ້ໄຫຼເຂົ້າຖ້ວມ ບ້ານປະຊາຊົນຫຼາຍບ້ານຂອງເມືອງສະໜາມໄຊ,ແລະສ້າງຄວາມເສຍຫາຍອັນໜັກໜ່ວງ.