ກຳລັງກູ້ໄພພາກປະຊາຊົນປະເທດຈີນໄດ້ຮັບການຕີລາຄາສູງ

2018-07-31 15:29:11 |ມາຈາກ: Yunnan Gateway

ສະມາຊິກກູ້ໄພທີ່ເປັນອາສາສະໝັກຂອງຄະນະກູ້ໄພກົ່ງຢາງຈີນຈຳນວນ 10 ຄົນເດີນທາງຮອດແຂວງອັດຕະປືເພື່ອປະຕິບັດວຽກງານການຊ່ວຍເຫຼືອກູ້ໄພໃນວັນທີ 25 ແລະ 26 ກໍລະກົດໂດຍແບ່ງອອກເປັນສອງຊຸດ.

ໂດຍໄດ້ຮັບຮູ້ວ່າ,ໃນລະຫວ່າງສາມວັນ,ຄະນະກູ້ໄພກົ່ງຢາງຈີນໄດ້ຮ່ວມມືກັບສະພາການຄ້າແຂວງເຈີຈ່ຽງປະເທດຈີນ,ລວມທັງແຕ່ງຕັ້ງເປັນ 5 ກຸ່ມເຂົ້າສູ່ເຂດທີ່ຖືກໄພພິບັດຢ່າງຮ້າຍແຮງເພື່ອຊ່ວຍເຫຼືອການກູ້ໄພດ້ານມະນຸດສະທຳ.

ໃນວັນທີ 25,ຄະນະກູ້ໄພທ້ອງຟ້າຈີນກໍໄດ້ເລີ່ມວຽກງານການກູ້ໄພຄືກັນ.ຈົນມາເຖິງວັນທີ 28,ໂດຍອີງຕາມຕົວເລກສະຖິຕິທີ່ຍັງບໍ່ຄົບຖ້ວນເທື່ອ,ຄະນະກູ້ໄພທ້ອງຟ້າ ໄດ້ຊອກຫາປະຊາຊົນທັງຫມົດ 6 ບ້ານ,ເຄື່ອນຍ້າຍປະຊາຊົນ 11 ຄົນ,ຊ່ວຍເຫລືອດ້ານການແພດ 90 ຄົນ;ປັດຈຸບັນວຽກງານການກູ້ໄພຍັງຄົງສືບຕໍ່ໄປ,ຂອບເຂດການຄົ້ນຫາແລະກອບກູ້ຈະຂະຫຍາຍວົງກ້ວາງອອກຢ່າງບໍ່ຢຸດຢັ້ງ.

ໃນວັນທີ 28,ຮອງນາຍົກລັດຖະມົນຕີປະເທດລາວ ທ່ານ ສອນໄຊ ໄດ້ໄປ ສະຖານທີ່ບໍລິການຂອງຄະນະການແພດກູ້ໄພຈີນເພື່ອຢ້ຽມຢາມຄະນະການແພດຈີນທີ່ກຳລັງເຮັດວຽກການກູ້ໄພ.

ຕໍ່ມາ,ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເດີນທາງຮອດສູນປິ່ນປົວ,ເພື່ອສະແດງຄວາມຂອບໃຈຕໍ່ກຳລັງການກູ້ໄພປະເທດຈີນ.

ໃນຂະບວນການກູ້ໄພທັງໝົດ,ຄົນຈີນແລະຄົນທີ່ມີເຊື້ອຊາດຈີນຢູ່ລາວໄດ້ສາມັກຄີເປັນຫນຶ່ງນຳກັນ,ສະພາການຄ້າປະເທດຈີນທີ່ຢູ່ລາວທັງຫຼາຍກໍໄດ້ເຂົ້າຮ່ວມໃນຂະບວນການກູ້ໄພ,ແລະອຳນວຍການຊ່ວຍເຫຼືອແກ້ໄຂບັນຫາຕ່າງໆຂອງເຂດທ້ອງຖິ່ນ,ແລະອຳນວຍເຄື່ອງໃຊ້ອຸປະກອນທີ່ຈຳເປັນໃຫ້ແກ່ຄະນະກູ້ໄພ.