ຈີນ​ບໍ່​ມີ​ຄວາມ​ຈຳ​ເປັນຄວບ​ຄຸມອັດ​ຕາ​ແລກ​ປ່ຽນ​ເງິນຢວນ

2018-07-31 16:20:08 |ມາຈາກ: CRI

ໂດຍ​ແນ​ໃສ່​ຖ້ອຍ​ຄວາມ​ຝ່າຍ​ດຽວ​ຂອງ​ອາ​ເມ​​ຣິກາ​ທີ່​ວ່າ ຈີນ​ໄດ້​ຄວບ​ຄຸມ​ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​ຈີນ, ທ່ານ​ມໍ​ຣີ​ສ ​ອັບ​ສະ​ເຟວ ​ຫົວ​ໜ້ານັກ​ເສດ​ຖະ​ສາດ​ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ຫຼື IMF ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ອາ​ເມ​​ຣິກາ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ວ່າ: “ພວກ​ເຮົາ​ບໍ່​ມີຫຼັກ​ຖານ​ໃດໆ​ທີ່​ສາ​ມາດ​ຢືນ​ຢັນ​​ໄດ້ວ່າ ຈີນ​ໄດ້​ຄວບ​ຄຸມອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ.”

ໂດຍ​ອີງ​ຕາມ​ການ​ໃຫ້​ນິ​ຍາມ​ຂອງ IMF, “ການຄວບ​ຄຸມອັດ​ຕາ​ແລກ​ປ່ຽ​ນ” ເປັນ​ການ​ກະ​ທຳ​ຂອງ​ປະ​ເທດ​ໜຶ່ງ ທີ່​ຄວບ​ຄຸມອັດ​ຕາ​ແລກ​ປ່ຽນ​ຂອງ​ເງິນ​ຕາ​ປະ​ເທດ​ຕົນ​ຢ່າງຫຼວງຫຼາຍ, ເປັນ​ໄລ​ຍະ​ຍາວ​ນານ​ ​ແລະ ແຕ່​ຝ່າຍ​ດຽວ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ການ​ຄ້າ​ຂອງ​ປະ​ເທດ​ຕົນ ແລະ ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ທີ່​ບໍ່​ຊອບ​ທຳໃນ​ການ​ຄ້າ.
​ນັກວິ​ເຄາະ​ເຫັນ​ວ່າ, ຈີນ​ບໍ່​ມີ​ສິ່ງຈູງ​ໃຈ ແລະ ​ຈຳ​ເປັນ ທີ່​ນຳ​ໃຊ້​ການ​ຄວບ​ຄຸມ​ອັດ​ຕາ​ແລກ​ປ່ຽນ ເພື່ອ​ກະ​ຕຸ້ນ​ການ​ສົ່ງ​ອອກ​ຂອງ​ຕົນ ເຊິ່ງ​ມີ​ມູນ​ເຫດ​ຕົ້ນ​ຕໍ​ທັງ 3 ດ້ານ​ຕໍ່​ໄປ​ນີ້:

1, ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ກາຍ​ເປັນ​ກຳ​ລັງ​ຊຸກ​ຍູ້​ຕົ້ນ​ຕໍ​ສຳ​ລັບ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ. 2, ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຈະ​ເປັນ​ສິ່ງ​ຄ້ຳ​ປະ​ກັນ​ທີ່​ໝັ້ນ​ແກ່ນ​ສຳ​ລັບ​ຊັບ​ສິນ​ທີ່​ເປັນ​ເງິນຢວນ​ຈີນ. 3, ຈີນ​ເຮັດ​ໃຫ້​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​​ຕົກ​ຕ່ຳ​ລົງ​ຈະ​ພາ​ໃຫ້​ເກີດ​ຜົນ​ເສຍຫຼາຍກວ່າ​ຜົນ​ໄດ້.

ຄັນ​ຊັ້ນ, ຄວນ​ພິ​ຈາ​ລະ​ນາ​ຈັງ​ຫວະ​ລອຍ​ຕົວ​ຂອງ​ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້​ແນວ​ໃດ?

ກ່ອນ​ອື່ນ, ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ປັດ​ໄຈ​ບໍ່​ແນ່ນອນໃນ​ຂອບ​ເຂດ​ທົ່ວ​ໂລກ​ສູງ​ຂຶ້ນ. ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຂອງ​ລັດ​ຖະ​ບານ​ທ​ຣຳ​ໄດ້​ເຮັ​ດ​ໃຫ້​ເກີດ​ປັດ​ໄຈ​ບໍ່​ແນ່ນອນ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ສູງ​ຂຶ້ນ ແລະ ກະ​ທົບ​ກະ​ເທືອນ​ເຖິງ​​ຕະຫຼາດ​ແລກ​ປ່ຽນ​ເງິນ​ຕາ​ທົ່ວ​ໂລກ. ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​ຈີນ​ໄດ້​ເໜັງ​ຕິງ​ຂຶ້ນລົງ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້ ກໍ​ໄດ້​ສະ​ທ້ອນ​ເຖິງ​ປັດ​ໄຈ​ບໍ່​ແນ່ນອນ​ໃນ​ຕະຫຼາດ​ແລກ​ປ່ຽນ​ເງິນ​ຕາ.

ສອງ, ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ດັດ​ສະ​ນີ​ໂດ​ລາ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ຖີບ​ຕົວ​ສູງ​ຂຶ້ນ.

ສາມ, ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ທະ​ນາ​ຄານ​ກາງ​ຂອງ​ອາ​ເມ​ຣິ​ກາ ຫຼື Fed ຂຶ້ນ​ອັດ​ຕາ​ດອກ​ເບ້ຍ​ສະ​ຫະ​ລັດ​ອາ​ເມ​ລິ​ກາ.

ຄື​ກັນ​ກັບ​ຄວາມ​ເວົ້າ​ຂອງນັກ​ວິ​ເຄາະ​ເຫຼົ່າ​ນີ້, ​ອັດ​ຕາ​ລອຍ​ຕົວ​ຂອງ​ອັດ​ຕາ​ແລກ​ປ່ຽນ​ເງິນຢວນ​ຈີນ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້​ບໍ່​ໄດ້​ລື່ນ​ກາຍ​ຂອບ​ເຂດ​ອັນ​ສົມ​ເຫດ​ສົມ​ຜົນ, ເງິນຢວນ​ຈີນ​ຍັງ​ເປັນ​ເງິນ​ຕາ​ປະ​ເພດ​ແຂງ​ໃນ​ໝູ່​ເງິນ​ຕາ​ທົ່ວ​ໂລກ. ອັດ​ຕາ​ແລ​ກ​ປ່ຽນ​ສູງ​ຂຶ້ນ ຫຼື ຕ່ຳ​ລົງ​ຂຶ້ນ​ກັບ​ຕະຫຼາດ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ຈີນກ້າວ​ເດີນ​ເປັນ​ຢ່າງ​ດີ, ການ​ສະ​ໜອງ​ແລະ​ຄວາມ​ຕ້ອງ​ການ​ດ້ານ​ເງິນ​ຕາ​​ຕ່າງ​ປະ​ເທດຂອງ​ຈີນ​ດຸນ​ດ່ຽງ​ກັນ, ຈີນ​ຈະ​ບໍ່​ມີ​ຄວາມ​ຈຳ​ເປັນ​​ໃນ​ການ​ຄວບ​ຄຸມອັດ​ຕາ​ແລກ​ປ່ຽນ​ເງິນຢວນ​.