ການຄ້າຂາຍດ້ວຍອິນເຕີເນັດຊຸກຍູ້ຄອບຄົວທຸກຍາກໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ

2018-08-01 15:46:26 |ມາຈາກ: Yunnan Gateway

“ສິ່ງທີ່ພວກເຮົາປູກນັ້ນແມ່ນ ຫົວກາລົດສີມ່ວງ,ລາຄາຂອງມັນແມ່ນສູງກວ່າລາຄາຫົວກາລົດທົ່ວໄປປະມານ 5 ເທົ່າ,ບໍລິສັດມາສວນພວກເຮົາເພື່ອເກັບຊື້ໂດຍກົງ.”ຄອບຄົວຂອງ ຫຼີວເຕີງຮວາ ໄດ້ປູກຫົວກາລົດສີມ່ວງລວມທັງຫມົດ 10 ມຸ້,ປີກາຍນີ້ລາຄາຂາຍແມ່ນສູງເຖິງ 5 ຢວນຕໍ່ກິໂລ,ລາຍໄດ້ຂອງແຕ່ລະມຸ້ສາມາດບັນລຸເຖິງ 5000 ຫາ 6000 ຢວນ.

ບໍລິສັດທີ່ ຫຼີວເຕີ່ງຮວາ ໄດ້ກ່າວເຖິງນັ້ນໝາຍເຖິງບໍລິສັດໜຶ່ງຂອງທ້ອງຖິ່ນທີ່ຄ້າຂາຍເຄື່ອງດ້ວຍອິນເຕີເນັດ.ໃນປິ 2016, ຈ້າວມິນ ໄດ້ປະດິດສ້າງຍີ່ຫໍ້ຫົວກາລົດສີມ່ວງ--ຫົວກາລົດປ່າພູພຽງແຂວງຢຸນນານ,ຍັງໄດ້ນຳໃຊ້ຮູບແບບ“ອອນລາຍ+ອອຟລາຍ”ມາເປີດປະຕູຂອງການຄ້າຂາຍຫົວກາລົດສີມ່ວງ,ໄດ້ນຳພາຄອບຄົວຊາວນາເພີ່ມທະວີລາຍໄດ້ຂອງຕົນແລະຫຼຸດພົ້ນອອກຈາກຄວາມທຸກຍາກ.

ຈ້າວມິນ ແນະນຳວ່າ,ສ່ວນຫຼາຍແລ້ວຄອບຄົວທີ່ປູກຫົວກາລົດສີມ່ວງແມ່ນຄອບຄົວທຸກຍາກ,ກ່ອນການປູກຫົວກາລົດສີມ່ວງ,ຄອບຄົວຊາວນາສ່ວນຫຼາຍແມ່ນປູກຝັງສາລີແລະມັນຝຣັ່ງເປັນຕົ້ນ,ຍອດຜະລິດຕະພັນຂອງແຕ່ລະມຸ້ມີແຕ່ປະມານ 1000 ຢວນ ເທົ່ານັ້ນ,ລາຍຮັບແມ່ນຕໍ່າກວ່າການປູກຫົວກາລົດສີມ່ວງຫຼາຍ.

ປັດຈຸບັນ,ພື້ນທີ່ການປູກຝັງຫົວກາລົດສີມ່ວງຂອງບ້ານຕົ່ງຫໍຊານມີເຖິງ 200 ມຸ້,ຄອບຄົວຊາວນາທີ່ເຂົ້າຮ່ວມການປູກຝັງມີເຖິງ 200 ກວ່າຄອບຄົວ.ໃນປີແລ້ວນີ້,ຈຳນວນຄ້າຂາຍຂອງ ຫົວກາລົດສີມ່ວງ--ຫົວກາລົດປ່າພູພຽງແຂວງຢຸນນານທັງຢູ່ເທິງອິນເຕີເນັດແລະແບບອອຟລາຍບັນລຸເຖິງ 200 ກວ່າໂຕນ,ຍອດຈຳໜ່າຍແມ່ນ 3 ກວ່າລ້ານຢວນ,ຄອບຄົວຊາວນາໄດ້ເພີ່ມທະວີລາຍໄດ້ 8 ແສນຢວນ.