ຂະບວນລົດໄຟຈີນ-ອາຊີຂອງເສັ້ນທາງລົດໄຟແຄບຈີນ-ຫວຽດນາມໄດ້ພັດທະນາຢ່າງວ່ອງໄວ

2018-08-03 15:37:27 |ມາຈາກ: Yunnan Gateway

ຂະບວນລົດໄຟຈີນ-ອາຊີໄດ້ຮັບການພັດທະນາຢ່າງວ່ອງໄວຈາກທີ່ໄດ້ເປີດການບໍລິການໃນທ້າຍປີທີ່ຜ່ານມາ,ແລະນັບມື້ນັບກາຍເປັນຊ່ອງທາງອັນສະດວກສະບາຍທີ່ເຊື່ອມຕໍ່ປະເທດຈີນກັບປະເທດອາຊີອາຄະເນ.ຈົນເຖິງທ້າຍເດືອນ ກໍລະກົດ,ຈຳນວນຂອງຂະບວນທີ່ໄດ້ເປີດມີຈົນເຖິງ 500 ກວ່າຂະບວນ,ເຄື່ອງສິນຄ້າທີ່ໄດ້ຂົນສົ່ງແມ່ນ 2 ແສນກວ່າໂຕນ.

ເພື່ອສົ່ງເສີມບົດບາດການເຊື່ອມຕໍ່ສາກົນຂອງເສັ້ນທາງລົດໄຟແຄບໃຫ້ສູງຍິ່ງຂຶ້ນ,ເພີ່ມທະວີອິດທິພົນຂອງຍີ່ຫໍ້ການຂົນສົ່ງລະຫວ່າງສາກົນຂອງເສັ້ນທາງລົດໄຟແຄບລະຫວ່າງຈີນ-ຫວຽດນາມ,ໃນວັນທີ 18 ເດືອນ ທັນວາ ປີ 2017,ໂດຍການພິຈາລະນາຈາກພະແນກເສັ້ນທາງລົດໄຟລະຫວ່າງຝ່າຍຈີນກັບຝ່າຍຫວຽດນາມ,ຈຶ່ງໄດ້ຈັດຕັ້ງເປີດຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງສະຖານີຄາຍຢວນປະເທດຈີນແລະສະຖານີໄຮຟາງຫວຽດນາມ,ແລະຍົກລະດັບຄຸນນະພາບການຂົນສົ່ງຂອງເສັ້ນທາງລົດໄຟໃຫ້ດີກວ່າເກົ່າ.

ນອກຈາກນີ້,ໂດຍອີງອາໄສໃສ່ຊ່ອງທາງຂະບວນລົດໄຟຂົນສົ່ງສິນຄ້າຈີນ-ອາຊີ, ໄດ້ຍົກກຳລັງແຂ່ງຂັນຂອງວິສາຫະກິດປະເທດຈີນໃນຕະຫຼາດອາຊີອາຄະເນ.

ໂດຍຜ່ານຂະບວນລົດໄຟຈີນ-ອາຊີ,ເວລາການຂົນສົ່ງສິນຄ້າໄດ້ຫຼຸດລົງປະມານ 12 ຊົ່ວໂມງເມື່ອປຽບທຽບກັບແຕ່ກ່ອນ,ຕົ້ນທຶນການຂົນສົ່ງໄດ້ຫລຸດລົງປະມານ 10%,ກຳລັງການແຂ່ງຂັນຂອງຜົນຜະລິດຕະພັນວິສາຫະກິດຈີນໄດ້ເພີ່ມທະວີສູງຂຶ້ນຢ່າງຫລວງຫລາຍ.ສຳລັບເສັ້ນທາງລົດໄຟປະເທດຈີນກັບປະເທດຫວຽດນາມ,ທ້ອງຖິ່ນແລະວິສາຫະກິດແລ້ວ,ຈຶ່ງໄດ້ບັນລຸການຮັບໃຊ້ຜົນປະໂຫຍດເຊິ່ງກັນແລະກັນ.